ສື່ເຮົາຈະຕ້ອງໄດ້ບຸກບືນສ້າງຕົນເອງຫລາຍຂຶ້ນ (ເນື່ອງໃນໂອກາດວັນສື່ມວນຊົນ 13 ສິງຫາ ຄົບຮອບ 67 ປີ)

ກໍດັ່ງການຕີລາຄາຂອງອົງຄະນະພັກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່ຽວກັບວຽກງານສື່ມວນຊົນເຮົາວ່າ: ຜ່ານໄລຍະຫລາຍປີມານີ້ ໂດຍລວມແລ້ວເຖິງວ່າສື່ມວນຊົນເຮົາໄດ້ມີການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ ຄືສະເພາະສື່ສິ່ງພິມ ມາຮອດປັດຈຸບັນທົ່ວປະເທດມີ 127 ສະບັບ ເພີ່ມຂຶ້ນ 30 ກວ່າສະບັບ ທຽບໃສ່ 5-6 ປີກ່ອນ, ໃນນັ້ນມີໜັງສືພິມເປັນລາຍວັນ 11 ສະບັບ. ພ້ອມນັ້ນສື່ເອເລັກໂຕຣນິກກໍໄດ້ຮັບການພັດທະນາຂະຫຍາຍຕົວ ຄືວິທະຍຸກະຈາຍສຽງ ມາຮອດປັດຈຸບັນມີ 63 ສະຖານີ ເພີ່ມຂຶ້ນ 20 ສະຖານີ ທຽບໃສ່ປີ 2011. ສຳລັບສະຖານີໂທລະພາບມີ 37 ສະຖານີ ເພີ່ມຂຶ້ນ 5 ສະຖານີ. ພ້ອມນັ້ນ ປະເພດສື່ໃໝ່ (News Media) ກໍເກືອບວ່າທຸກສື່ໄດ້ມີເວັບໄຊເປັນຂອງຕົນເອງ ແລະ ໄດ້ນຳໃຊ້ລະບົບເຄືອຂ່າຍອິນເຕີເນັດໃນການຮັບ ແລະ ສົ່ງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງກວ່າເກົ່າ.
ແຕ່ຄຽງຄູ່ກັນນັ້ນ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ແລ້ວເຫັນວ່າ: ສື່ພວກເຮົາຍັງມີຫລາຍອັນຈະຕ້ອງໄດ້ບຸກບືນສ້າງຕົນເອງຫລາຍຂຶ້ນ ໂດຍສະເພາະດ້ານເນື້ອໃນບໍ່ທັນເລິກເຊິ່ງ, ບໍ່ທັນດຶງດູດຄວາມສົນໃຈຜູ້ອ່ານ, ຜູ້ຊົມ, ຜູ້ຟັງໄດ້ຫລາຍ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສາລະຄວາມຮູ້ທີ່ເປັນປະໂຫຍດ ແລະ ການບັນເທີງທີ່ມີເນື້ອໃນຕິດພັນກັບການຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ຍັງບໍ່ທັນອຸດົມສົມບູນ, ເນື້ອໃນສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢູ່ຮາກຖານຍັງບໍ່ຫລາກຫລາຍ, ບໍ່ທັນຮູ້ເລືອກເຟັ້ນສັງລວມເອົາຄຳຕຳນິຕິຊົມ ແລະ ຄຳຄິດຄຳເຫັນຂອງມະຫາຊົນມາສ່ອງແສງໃຫ້ຫລາຍ. ພ້ອມນັ້ນຄວາມເປັນເຈົ້າການ, ຄວາມສະດຸ້ງໄວຂອງຜູ້ເຮັດວຽກງານສື່ມວນຊົນໃນການຕອບຕ້ານຖ້ອຍທຳນອງໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຍັງບໍ່ທັນການ, ການນຳສະເໜີຂ່າວບາງຄັ້ງຄາວຍັງຂາດສະຕິລະວັງຕົວຕໍ່ກົນອຸບາຍຂອງຄົນທີ່ບໍ່ຫວັງດີ. ຄຽງຄູ່ກັບດ້ານເນື້ອໃນແລ້ວ, ພື້ນຖານວັດຖຸເຕັກນິກຂອງສື່ມວນຊົນເຮົາບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ສ່ວນໜຶ່ງຍັງໃຊ້ລະບົບອານາລັອກ ບໍ່ສາມາດເຊື່ອມຕໍ່ກັບອຸປະກອນເຕັກນິກດີຈີຕອນໄດ້, ພາຫະນະນຳໃຊ້ບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ການຊອກຫາຊ່ອງທາງສ້າງລາຍຮັບຂອງສື່ມວນຊົນຍັງບໍ່ມີກົນໄກນິຕິກຳຮັບຮອງຢ່າງຈະແຈ້ງ ແລະ ຄ່ອງຕົວ. ຈາກນັ້ນຈຶ່ງເຮັດໃຫ້ການພັດທະນາສື່ພວກເຮົາຍັງຢູ່ເຂດຈຳກັດ, ການບຳລຸງກໍ່ສ້າງພະນັກງານ, ເຕັກນິກວິຊາການ, ຜູ້ຂີດຜູ້ຂຽນກໍຍັງບໍ່ທັນໄດ້ເອົາໃຈໃສ່ຢ່າງຈິງຈັງແທ້ ຈຶ່ງເຮັດໃຫ້ກຳລັງສື່ພວກເຮົາຍັງຈຳກັດ ແລະ ມີລັກສະນະອ່ອນຕົວ. ເພື່ອແກ້ໄຂບັນຫານີ້ ເບື້ອງລັດຈະຕ້ອງໄດ້ອອກແຮງລົງທຶນພັດທະນາຕື່ມອີກ ຈຶ່ງຈະເຮັດໃຫ້ສື່ມວນຊົນເຮົາເຕີບໃຫຍ່ເຂັ້ມແຂງ ແລະ ສາມາດເຊື່ອມໂຍງເຂົ້າກັບຂົງເຂດ ແລະ ສາກົນໄດ້.

