ປ່ຽນເປົ້າໝາຍໃໝ່ ອາເຊນໍລ ກຽມຍືມ ລູກ້າ ໂຍວິກ ຈາກ ຣຽວ ມາດຣິດ ໃຊ້ງານ.

ອາເຊນໍລ ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ມີຄວາມສົນໃຈທີ່ຈະຍືມໂຕ ລູກ້າ ໂຢວິກ ກອງໜ້າຂອງ ຣຽວ ມາດຣິດ ມາໃຊ້ງານຈົນຈົບລະດູການນີ້, ອີງຕາມການລາຍງານຂອງ ເດິ ແອັດແລນຕິກ ສື່ກິລາຊື່ດັງ ໃນວັນອັງຄານ 25 ມັງກອນ.
ກ່ອນໜ້ານີ້ ອາເຊນໍລ ໄດ້ຕັ້ງເປົ້າໝາຍໃສ່ ດູຊານ ວລາໂຮວິກ ກອງໜ້າຕົວເກັ່ງຂອງ ຟິອໍເຣນຕິນາ ເປັນເປົ້າໝາຍຫລັກຂອງພວກເຂົາ ແຕ່ລ່າສຸດ ວລາໂຮວິກ ກໍາລັງຈະຍ້າຍໄປ ຢູເວັນຕູສ, ດັ່ງນັ້ນພວກເຂົາຈໍາເປັນຕ້ອງຊອກຫາທາງເລືອກໃໝ່ ກ່ອນທີ່ຕະຫລາດລະດູໜາວຈະປິດລົງໃນທ້າຍເດືອນນີ້.
ເຊື່ອກັນວ່າ ອະເລັກຊານເດີ ໄອຊາກ ກອງໜ້າຊາວຊູແອັດຂອງ ຣຽວ ໂຊຊີແດັດ ແລະ ໂດມິນິກ ຄາເວີດ-ເລວິນ ກອງໜ້າດຣີກີທີມຊາດອັງກິດຂອງ ເອຟເວີຕັນ ຕົກຢູ່ໃນຄວາມສົນໃຈຂອງ ອາເຊນອລ ແຕ່ ເດິ ແອັດແລນຕິກ ລະບຸວ່າ ໂຍວິກ ເປັນອີກຄົນໜຶ່ງຂອງ ປືນໃຫຍ່ ທີ່ພ້ອມພິຈາລະນາຢືມໂຕ ນັກເຕະທີມຊາດເຊີເບຍ ອາຍຸ 24 ປີ ມີໃຊ້ງານໃນຊ່ວງທີ່ຍັງເຫລືອຂອງລະດູການນີ້.
ສໍາລັບ ໂຍວິກ ຍັງບໍ່ສາມາດແຈ້ງເກີດກັບ ຣຽວ ມາດຣິດ ນັບຕັ້ງແຕ່ຍ້າຍມາຈາກ ແຟັງເຟິສ ເມື່ອໃນຊ່ວງຍາມຮ້ອນຂອງປີ 2019 ແລະ ລະດູການນີ້ຍິງໄດ້ພຽງປະຕູດຽວຈາກການຫຼີ້ນໃຫ້ “ລາຊາຊຸດຂາວ” ລວມທຸກລາຍການທັງໝົດ 15 ນັດ.

