ເອຟເວີຕັນ ອາດຖືກຕັດຄະແນນ ເຫດຜິດກົດ ພຣີເມຍລີກ ອັງກິດ

ເດິ ທາມ ສື່ຂອງອັງກິດ ລາຍງານຂ່າວວ່າ: ເອຟເວີຕັນ ມີສິດຖືກຕັດຄະແນນຈາກຄວາມຜິດຂໍ້ຫາເຈລະຈາດຶງ ມາຣໂກ ຊິລວາ ມາເປັນຜູ້ຈັດການທີມໃນຕອນທີ່ລາວຍັງມີສັນຍາກັບ ວັດຟອດ, ແຕ່ ເອຟເວີຕັນ ອາດຈະໄດ້ຮັບບົດລົງໂທດເບົາກວ່າເປັນການປັບໄໝເຊັ່ນກັນ.
ເອຟເວີຕັນ ສະໂມສອນດັງແຫ່ງ ພຣີເມຍລີກ ອັງກິດ ອາດຈະຖືກຕັດຄະແນນຈາກກໍລະນີທີ່ພະຍາຍາມທາບທາມ ມາຣໂກ ຊິລວາ ມາເປັນຜູ້ຈັດການທີມຂອງພວກເຂົາແຕ່ໄລຍະທີ່ລາວຍັງເປັນຜູ້ຈັດການທີມຂອງ ວັດຟອດ ລະດູການກ່ອນ.
ເຖິງຢ່າງໃດກໍຕາມ, ວັດຟອດ ຍື່ນເລື່ອງຮ້ອງຟ້ອງໄປຫາ ພຣີເມຍລີກ ວ່າທີມດັງແຫ່ງຖິ່ນ ກູດິສັນ ພາຣກ ເຮັດຜິດກົດທີ່ລັກລອບເຈລະຈາກັບ ຊິລວາ ໃນໄລຍະທີ່ລາວຍັງມີສັນຍາຢູ່ກັບ ວັດຟອດ ເຊິ່ງຫລ້າສຸດ ເດິ ທາມ ລາຍງານວ່າ: ພຣີເມຍລີກ ບໍ່ປ່ອຍຜ່ານເລື່ອງນີ້ ພ້ອມສົ່ງທີມສອບສວນລົງກວດສອບເລື່ອງດັ່ງກ່າວແລ້ວ.
ຢ້ອນກັບໄປໃນປີ 2005 ເຊລຊີ ເຄີຍຖືກສັ່ງຕັດ 3 ຄະແນນ ແລະ ຖືກປັບໄໝ 300.000 ປອນ ມາແລ້ວ ຂໍ້ຫາເຈລະຈາແບບຜິດກົດເພື່ອດຶງ ແອຊລີ ໂຄລ ແບັກຊ້າຍຊາວອັງກິດໄປຈາກ ອາເຊນອລ ແຕ່ໂທດຕັດຄະແນນເປັນແບບລໍຖ້າລົງອາຍາ ແລະ ຈະມີຜົນກໍຕໍ່ເມື່ອພວກເຂົາເຮັດຜິດແບບນັ້ນອີກໃນລະດູການ 2005-06 ກ່ອນທີ່ສຸດມັນຈະບໍ່ມີການຕັດຄະແນນ ເຊລຊີ ແຕ່ຢ່າງໃດ.

