ອາເມລິກາພົບເດັກຕິດໂຄວິດ-19 ເຂົ້າໂຮງໝໍສູງເປັນປະຫວັດສາດ

ອາເມລິກາພົບເດັກຕິດໂຄວິດ-19 ເຂົ້າໂຮງໝໍເພີ່ມສູງສຸດເປັນປະຫວັດສາດ, ຂະນະທີ່ໂອມິຄຣອນຍັງລະບາດໜັກ, ເຕືອນເດັກ 5 ປີຂຶ້ນໄປຟ້າວໄປສັກວັກຊີນ.
ວັນທີ 18 ມັງກອນ 2022, ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມລິກາ (CDC) ເປີດເຜີຍວ່າ: ອັດຕາການເຂົ້າປິ່ນປົວໃນໂຮງໝໍຈາກພະຍາດໂຄວິດ-19 ຂອງປະຊາກອນເດັກໃນອາເມລິກາ ເຖິງລະດັບສູງສຸດເປັນປະຫວັດສາດ ນັບແຕ່ເກີດການລະບາດໃຫຍ່ໃນປະເທດ.
ເດັກອາເມລິກາອາຍຸບໍ່ເກີນ 17 ປີ ເຂົ້າປິ່ນປົວຢູ່ໂຮງໝໍເພີ່ມສະເລ່ຍ 893 ຄົນຕໍ່ວັນ ເຊິ່ງເປັນຕົວເລກສູງສຸດນັບແຕ່ CDC ເລີ່ມເກັບຂໍ້ມູນໃນເດືອນສິງຫາ 2020 ໂດຍສ່ວນຫລາຍມີຕົ້ນຕໍຈາກການຕິດເຊື້ອໂຄວິດ-19, ແຕ່ມີເດັກບາງສ່ວນເຂົ້າຮັບການປິ່ນປົວຈາກສາເຫດອື່ນ ແຕ່ພັດມີຜົນກວດພະຍາດເປັນບວກເມື່ອເຂົ້າປິ່ນປົວ ຫລື ລະຫວ່າງປິ່ນປົວຢູ່ໂຮງໝໍເຊັ່ນກັນ.
CDC ລະບຸວ່າ: ປະຊາກອນເດັກໄລຍະອາຍຸດັ່ງກ່າວເຂົ້າປິ່ນປົວໃນໂຮງໝໍ 90.000 ກວ່າຄົນແລ້ວ ນັບແຕ່ວັນທີ 1 ສິງຫາ 2020 ຈົນເຖິງວັນທີ 13 ມັງກອນ 2022 ໂດຍອັດຕາການເຂົ້າປິ່ນປົວໃນໂຮງໝໍຂອງເດັກທຸກຊ່ວງອາຍຸເພີ່ມສູງສຸດໃນກຸ່ມອາຍຸເກີດໃໝ່ເຖິງ 4 ປີ ເຊິ່ງຍັງບໍ່ມີຄຸນສົມບັດສັກວັກຊີນປ້ອງກັນໂຄວິດ-19.
ສຳນັກຂ່າວຊິນຮົວລາຍງານວ່າ: ຈາກການເປີດເຜີຍຂອງ CDC ພົບວ່າ: ເຊື້ອໂອມິຄຣອນ ບໍ່ມີທ່າອ່ຽງເຮັດໃຫ້ອາການຮຸນແຮງໃນປະຊາກອນເດັກຫລາຍກວ່າສາຍພັນອື່ນ. ຂະນະອັດຕາການເຂົ້າປິ່ນປົວໃນໂຮງໝໍຂອງເດັກຍັງຕໍ່າກວ່າໄວຜູ້ໃຫຍ່ໃນພາບລວມ.
ເຖິງຢ່າງໃດກໍຕາມ, CDC ຄາດການວ່າອັດຕາການເຂົ້າປິ່ນປົວໃນໂຮງໝໍຈາກພະຍາດໂຄວິດ-19 ຂອງປະຊາກອນໄວເດັກຈະເພີ່ມສູງຕໍ່ເນື່ອງໃນອີກບໍ່ເທົ່າໃດອາທິດຕໍ່ໜ້າ. ພ້ອມກະຕຸ້ນເຕືອນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນເດັກທຸກຄົນທີ່ມີອາຍຸ 5 ປີຂຶ້ນໄປ.
ອ້າງອີງ:

