ຊາວໜຸ່ມລາວ-ຫວຽດນາມ ຮ່ວມກໍ່ສ້າງສູນຝຶກອົບຮົມຊາວໜຸ່ມ ເຍົາວະຊົນ

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກໍາມາທິການຮ່ວມມືທະວິພາຄີ ລາວ-ຫວຽດນາມ ທີ່ຈັດຂຶ້ນໃນວັນທີ 9-10 ມັງກອນ 2022 ຢູ່ສໍານັກງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິງ ນະຄອນຫຼວງຮ່າໂນ້ຍສສ ຫວຽດນາມ, ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ ແລະ ສະຫາຍ ຫງວຽນ ແອງຕັວນ ກໍາມະການສູນກາງພັກ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິງ ພ້ອມຄະນະ ໄດ້ພົບປະບໍ່ເປັນທາງການຊຶ່ງທັງສອງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ເຫັນພ້ອມກັນຊຸກຍູ້ການພົວພັນຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິ ພາບສູງ.
ການເຂົ້າຮ່ວມກອງປະຊຸມຄັ້ງທີ 44 ຂອງຄະນະກໍາມາທິການຮ່ວມມືລາວ-ຫວຽດນາມ, ສອງຝ່າຍໄດ້ລົງນາມໃນສັນຍາການຮ່ວມມືໂຄງການສູນຝຶກອົບຮົມຊາວໜຸ່ມ, ເຍົາວະຊົນ ລາວ-ຫວຽດນາມ ທີ່ຈະກໍ່ສ້າງຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ໂດຍສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວແລະ ສະຫາຍ ຟ້າມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍການນຳຂັ້ນສູງ ສອງປະເທດເຂົ້າຮ່ວມ ເປັນສັກຂີພະຍານ.

