ຈີນວາງມາດຕະການປິ່ນປົວຜູ້ຕິດເຊື້ອໂຄວິດໃຫ້ດີໝົດທຸກຄົນ ທີ່ໃຊ້ຕົ້ນທຶນໜ້ອຍແຕ່ມີປະສິດທິຜົນຫລາຍ

ປັດຈຸບັນ, ຈີນຍັງສືບຕໍ່ຍຶດໝັ້ນຍຸດທະສາດລວມການປ້ອງກັນກໍລະນີ ຕິດພະຍາດຈາກພາຍນອກ ແລະ ປ້ອງກັນບໍ່ໃຫ້ເກີດມີການແພ່ລະບາດ ໃຫຍ່ຄືນໃໝ່ຢູ່ພາຍໃນປະເທດ ແລະ ທິດທາງລວມປິ່ນປົວໃຫ້ດີໝົດທຸກຄົນ. ທັງນີ້ກໍຍ້ອນວ່າ, ເມື່ອເບິ່ງຕາມຂອບເຂດທົ່ວໂລກແລ້ວ ເຊື້ອພະຍາດ ໂຄວິດ-19 ຍັງສືບຕໍ່ແພ່ລະບາດຢ່າງກວ້າງຂວາງຍັງຕ້ອງການເວລາອີກດົນ, ການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງຈະສິ້ນສຸດລົງ. ພ້ອມກັນນີ້, ຕາມຂໍ້ມູນທີ່ກ່ຽວຂ້ອງ ໄດ້ສະແດງໃຫ້ເຫັນວ່າ ໃນອາທິດຜ່ານມາ, ຜູ້ຕິດ ເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີກໍລະນີເພີ່ມຂຶ້ນຢ່າງຫລວງຫລາຍຄືນ ໃໝ່. ໃນນັ້ນ, ມີ 40% ແມ່ນເກີດຂຶ້ນຢູ່ປະເທດ ແລະ ເຂດແຄວ້ນທີ່ຢູ່ໃກ້ຄຽງ ປະເທດຈີນ. ໃນຫວ່າງມໍ່ໆມານີ້, ຢູ່ຫລາຍແຂວງຂອງປະເທດຈີນ ໄດ້ເກີດມີ ກໍລະນີຕິດເຊື້ອເພີ່ມໃໝ່ທີ່ກ່ຽວພັນກັບເຊື້ອກາຍພັນໂອໄມຄຣອນ ເຊິ່ງໄດ້ ເຮັດໃຫ້ວຽກງານປ້ອງກັນ ແລະຄວບຄຸມພະຍາດມີຄວາມເຄັ່ງຕຶງ ແລະສັບ ສົນ. ສະນັ້ນ, ປະເທດຈີນ ຈຶ່ງຕ້ອງຍຶດໝັ້ນການປະຕິບັດມາດຕະການປ້ອງ ກັນ ແລະຄວບຄຸມທີ່ເຂັ້ມງວດ.

ແນ່ນອນແລ້ວວ່າ, ການປະຕິບັດມາດຕະການປ້ອງກັນ ແລະຄວບຄຸມທີ່ ເຂັ້ມງວດຈະມີຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມຂອງຈີນ. ແຕ່ວ່າ, ຜ່ານການປະຕິບັດມາດຕະການປ້ອງກັນ ແລະຄວບຄຸມພະຍາດມາ ເປັນເວລາ 2 ປີກວ່າ, ຈີນໄດ້ສ້າງແນວຄິດ, ນະໂຍບາຍ ແລະມາດຕະການ ລະອຽດທີ່ຄົບວົງຈອນຂອງຕົນ, ເຊິ່ງໄດ້ປົກປ້ອງສຸຂະພາບ ແລະຄວາມປອດ ໄພດ້ານຊີວິດຂອງປະຊາຊົນຢ່າງມີປະສິດທິຜົນ, ພ້ອມທັງໄດ້ເຮັດໃຫ້ການ ພັດທະນາເສດຖະກິດສັງຄົມ ແລະການປ້ອງກັນຄວບຄຸມພະຍາດມີຄວາມ ສອດຄ່ອງກັນຫລາຍຂຶ້ນ. ພ້ອມກັນນີ້, ຈີນຍັງໄດ້ປັບປຸງມາດຕະການ ປ້ອງກັນ ແລະຄວບຄຸມຂອງຕົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ນອກຈາກຕ້ອງ ຄົ້ນພົບ ແລະຮັບມືກັບການແພ່ລະບາດຂອງພະຍາດຢ່າງວ່ອງໄວແລ້ວ, ຍັງຕ້ອງປະຕິບັດວຽກງານດັ່ງກ່າວໃຫ້ຖືກຕ້ອງຕາມເປົ້າໝາຍເພື່ອໃຫ້ໄດ້ ຮັບປະສິດທິຜົນຫລາຍທີ່ສຸດໂດຍນຳໃຊ້ຕົ້ນທຶນໜ້ອຍທີ່ສຸດ. ດັ່ງທີ່ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ກ່າວໃນກອງປະຊຸມຄະນະກຳມະການ ປະຈຳກົມການເມືອງສູນກາງພັກກອມມູນິດຈີນ ວ່າ: ພະຍາຍາມໃຫ້ ໄດ້ຮັບຜົນການປ້ອງກັນ ແລະຄວບຄຸມພະຍາດຫລາຍທີ່ສຸດໂດຍເສຍຄ່າ ໜ້ອຍທີ່ສຸດ, ຫລຸດຜ່ອນຜົນກະທົບຈາກການແພ່ລະບາດຂອງພະຍາດ ໂຄວິດ-19 ທີ່ມີຕໍ່ການພັດທະນາດ້ານເສດຖະກິດສັງຄົມຢ່າງສຸດຂີດ.

ສະພາບການປ້ອງກັນ ແລະຄວບຄຸມພະຍາດຍັງມີຄວາມ ເຄັ່ງຕຶງຫລາຍ, ດຽວນີ້, ພັດມີປະຊາຊົນ ແລະນັກວິຊາການຈຳນວນໜຶ່ງ ເຫັນວ່າພະຍາດໂຄວິດ-19 ທີ່ເກີດຈາກເຊື້ອກາຍພັນໂອໄມຄຣອນ ແມ່ນ ສ່ຳກັບໄຂ້ຫວັດໃຫຍ່ ທີ່ມີອາການໜັກຊື່ໆ, ທີ່ຈິງແລ້ວມັນບໍ່ຖືກຕ້ອງ ເພາະວ່າຄວາມສາມາດການແພ່ລະບາດ ແລະຜົນກະທົບຂອງມັນທີ່ມີ ຕໍ່ສຸຂະພາບຂອງມວນມະນຸດແມ່ນຮ້າຍແຮງກວ່າໄຂ້ຫວັດໃຫຍ່ຫລາຍ. ແຕ່ສິ່ງທີ່ໜ້າຊົມຊື່ນນັ້ນກໍຄື ໃນຂະບວນການຕໍ່ສູ້ກັບເຊື້ອພະຍາດ ໂຄວິດ-19, ມວນມະນຸດໄດ້ຄົ້ນພົບອາວຸດທີ່ມີປະສິດທິຜົນ ເຊັ່ນ: ການ ສັກວັກຊີນ, ການເລັ່ງການຜະລິດຢາປິ່ນປົວ ແລະອື່ນໆ, ສ່ວນຢາ ແລະ ແພດແຜນຈີນ ກໍໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນການຕ້ານກັບການ ແພ່ລະບາດຂອງພະຍາດໂຄວິດ-19. ນອກນີ້, ຜ່ານການຕ້ານກັບພະຍາດ ໂຄວິດ-19 ມາເປັນເວລາຫລາຍກວ່າ 2 ປີ, ປະຊາຊົນຈີນ ໄດ້ມີສະຕິເປັນເຈົ້າ ການໃນການເຂົ້າຮ່ວມການຕ້ານກັບພະຍາດ ແລະມີສະຕິໃນການຮັກສາ ສຸຂະພາບຂອງຕົນ, ເລື່ອງເຫລົ່ານີ້ໄດ້ເຮັດໃຫ້ພວກເຮົາມີຄວາມຫວັງໃນ ການເອົາຊະນະການແພ່ລະບາດຂອງພະຍາດໂຄວິດ-19.

อาจเป็นรูปภาพของ 4 คน, ผู้คนกำลังยืน และ สถานที่ในร่ม