ປີ 2022 ຮ່ວມກັນບຸກທະລຸ 13 ວຽກຈຸດສຸມ

1 ປີຜ່ານມາ, ເຖິງວ່າປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ລັດ ຖະບານໄດ້ປະຕິບັດຫລາຍນະໂຍບາຍ ແລະ ມາດຕະການ ເຮັດໃຫ້ເສດຖະກິດບໍ່ຕົກໃນສະພາບວິກິດການໝາຍວ່າຍັງສາມາດສືບຕໍ່ຂະຫຍາຍຕົວໄດ້, ການປະຕິບັດແຜນເງິນຕາ, ການຜະລິດ, ການບໍລິການ ແລະ ການພັດທະນາດ້ານຕ່າງໆ ໄດ້ຮັບໝາກຜົນດີ. ແນວໃດກໍດີສໍາລັບປີ 2022 ທົ່ວສັງຄົມຕ້ອງຮ່ວມກັນປະຕິ ບັດ 13 ວຽກຈຸດສຸມ ໃຫ້ບຸກທະລຸ ໃຫ້ປະສົບຜົນສຳເລັດ ເປັນຮູບປະທຳ.

  1. 1.ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກງານບູລິມະສິດຂອງວາລະແຫ່ງຊາດ ທີ່ກໍານົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວຽກຈຸດສຸມ ແລະ ບາງຄໍາເຫັນເພີ່ມທີ່ກໍານົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໂດຍການຄົ້ນຄວ້າຜັນຂະຫຍາຍໃຫ້ເປັນວຽກລະອຽດຂອງຂະແໜງການ ແລະ ແຕ່ລະທ້ອງຖິ່ນ.
  2. 2.ແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-19 ໂດຍເລັ່ງຟື້ນຟູທຸລະກິດທີ່ໄດ້ຮັບຜົນກະທົບ ໃຫ້ຄືນສູ່ສະພາບປົກກະຕິພ້ອມທັງແກ້ໄຂບັນຫາການວ່າງງານ ແລະ ສ້າງສີມືແຮງງານຕາມຄວາມຕ້ອງການ ຂອງຕະຫລາດແຮງງານຕົວຈິງ ໃຫ້ໄດ້ໄວ.
  3. ສ້າງພື້ນຖານການຜະລິດທີ່ມີທ່າແຮງໃຫ້ກາຍເປັນຖານລາຍຮັບທີ່ໝັ້ນຄົງ ເປັນສິນຄ້າສົ່ງອອກ ໂດຍສະ ເພາະສິນຄ້າກະສິກໍາທີ່ມີຕະຫລາດຮອງຮັບແລ້ວ, ໂຄງການທົດລອງສົ່ງອອກແຮ່ເຫລັກ ແລະ ການຜະລິດ -ບໍລິການຕາມເຂດແຄວ້ນ ແລະ ແຂວງທີ່ລຽບຕາມເສັ້ນທາງລົດໄຟ,ທາງດ່ວນເພື່ອຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດ ແລະ ສ້າງລາຍຮັບເງິນຕາຕ່າງປະເທດ ໃຫ້ເພີ່ມຂຶ້ນ.
  4. 4.ເລັ່ງແກ້ໄຂຄວາມບອບບາງດ້ານງົບປະມານໂດຍສະເພາະການເກັບລາຍຮັບບໍ່ຄົບຖ້ວນ, ບໍ່ສົມຄູ່ກັບທ່າ ແຮງບົ່ມຊ້ອນ ແລະ ອັດການຮົ່ວໄຫລ, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານໃຫ້ຮັດກຸມ ແລະ ມີປະສິດ ທິຜົນສູງຂຶ້ນ, ປະຢັດລາຍຈ່າຍງົບປະມານທີ່ບໍ່ຈໍາເປັນ, ເລັ່ງແກ້ໄຂ ໜີ້ສິນສາທາລະນະ, ໜີ້ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເລັ່ງໃສ່ເຈລະຈາການເລື່ອນຊໍາລະໜີ້ສິນກັບເຈົ້າໜີ້ລາຍໃຫຍ່ ແລະ ປັບໂຄງສ້າງ ໜີ້ໃຫ້ໄວ ແລະ ໂປ່ງໃສ, ເລັ່ງປັບປຸງໂຄງສ້າງໜີ້ໄຟຟ້າລາວ ແລະ ຫັນລັດວິສາຫະກິດທີ່ບໍ່ມີປະສິດ ທິຜົນ ໃຫ້ສໍາເລັດໂດຍໄວ ລວມທັງການເຈລະຈາຊື້ຂາຍໄຟຟ້າ ໃຫ້ສົມເຫດສົມຜົນ.
  5. 5.ສ້າງສະຖຽນລະພາບດ້ານເງິນຕາ ໂດຍແກ້ໄຂການຂາດດຸນຊໍາລະກັບຕ່າງປະເທດເພື່ອເພີ່ມລະດັບຄັງ

ສໍາຮອງເງິນຕາຕ່າງປະເທດ, ຄຸ້ມຄອງກະແສເງິນຕາຕ່າງປະເທດ ແລະ ການເຄື່ອນໄຫວແລກປ່ຽນເງິນຕາ ເພື່ອຮັກສາສະຖຽນລະພາບຂອງຄ່າເງິນກີບ ແລະ ລາຄາສິນຄ້າ, ດັດສົມປະລິມານເງິນ M2 ພ້ອມທັງເລັ່ງສະໜອງແຫລ່ງທຶນ ທີ່ມີແລ້ວເພື່ອຟື້ນຟູເສດຖະກິດໂດຍໄວ.

 

  1. 6.ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດໃຫ້ທັນສະພາບການພ້ອມທັງຕິດຕາມ ແລະ ກະ ກຽມຄວາມພ້ອມເພື່ອຕ້ານແລ້ງ-ຕ້ານຖ້ວມ, ສົ່ງເສີມການຜະລິດ, ສະໜອງທຶນ, ສະໜອງແນວພັນ, ເຕັກ ນິກການປູກຝັງ-ລ້ຽງສັດໃຫ້ກະສິກອນ ແລະ ເຝົ້າລະວັງການແພ່ລະບາດຂອງພະຍາດຕ່າງໆຕາມລະດູການ.
  2. 7.ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກໃຫ້ຢູ່ໃນລະດັບທີ່ເໝາະສົມ, ເອົາໃຈໃສ່ຄຸ້ມຄອງ ການສະໜອງສິນຄ້າ-ການບໍລິການ ໃຫ້ທົ່ວເຖິງ, ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າຜ່ານແດນ. 8.ສືບຕໍ່ເອົາໃຈໃສ່ຕິດຕາມສະພາບຫາງສຽງຂອງສັງຄົມ, ການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ-ລັດ, ສືບຕໍ່ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແພ່ລະບາດ ຂອງພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ.
  3. ສ້າງບຸກຄະລາກອນໃຫ້ມີຄຸນນະພາບທາງທັກສະສີມື ແລະ ການເຊື່ອມຖານຂໍ້ມູນຂ່າວສານ, ການຄົ້ນ ຄວ້າໃຫ້ຫລາຍຂຶ້ນ ເພື່ອໃຫ້ມີຂໍ້ມູນທີ່ວ່ອງໄວ, ຖືກຕ້ອງ ແລະ ມີຜົນການຄົ້ນຄວ້າສາມາດຊ່ວຍຜູ້ວາງນະ ໂຍບາຍ ທີ່ສາມາດຕັດສິນໃຈທີ່ຖືກຕ້ອງ.
  4. 10.ສືບຕໍ່ເກັບກໍາຂໍ້ມູນແຮງງານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂດວິດ-19 ລວມທັງແຮງງານທີ່ກັບມາຈາກຕ່າງປະທດ, ສຸມໃສ່ຊຸກຍູ້ສົ່ງເສີມການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫລາດເເຮງງານພາຍໃນ ແລະ ຕ່າງປະເທດ ທັງພັດທະນາສີມືແຮງງານໃຫ້ສາມາດຕອບສະໜອງໄດ້ຄວາມຕ້ອງການແຮງງານຂອງເຂດເສດຖະກິດພິເສດ, ນິຄົມອຸດສາຫະກໍາຕ່າງໆ, ບໍລິສັດ, ໂຮງຈັກໂຮງານ ແລະໂຄງການ ລົງທຶນຕ່າງໆຢ່າງຕັ້ງໜ້າ ທັງຊຸກຍູ້ສົ່ງເສີມຜູ້ອອກແຮງງານທີ່ມີສີມື ແລະ ປະສົບການຈາກການເຮັດວຽກຢູ່ຕ່າງປະເທດ ໃຫ້ສາມາດປະກອບສ່ວນໃນອາຊີບອິດສະລະຕາມສະພາບ ແລະ ເງື່ອນໄຂຕົວຈິງ.
  5. 11. ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາໃຫ້ເຂົ້າສູ່ລວງເລິກ ໂດຍລະດົມການລົງທຶນຂອງພາກເອກະຊົນສົມທົບກັບການລົງ ທຶນຂອງລັດ ເຂົ້າໃສ່ໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ທີ່ຕິດພັນກັບທ່າແຮງ ແລະ ຕະຫລາດ ໂດຍສະເພາະທີ່ມີສັນຍາກັບສປ ຈີນ ແລະ ອື່ນໆ.
  6. 12.ຍົກສູງປະສິດທິພາບການບໍລິຫານລັດດ້ວຍກົດໝາຍ ໂດຍສະເພາະການບັງຄັບໃຊ້ກົດໝາຍ-ນິຕິກໍາລຸ່ມກົດໝາຍໃຫ້ເຂັ້ມງວດ, ແກ້ໄຂການສໍ້ລາດບັງຫລວງ, ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃຫ້ດີຂຶ້ນ ແລະ ແກ້ໄຂປະກົດການສວຍໃຊ້ໜ້າທີ່ຂອງພະນັກງານໃນທາງທີ່ບໍ່ຖືກຕ້ອແລະ13. ວຽກອື່ນໆອີກຈໍານວນໜຶ່ງ.