ພາສີປະຈໍາດ່ານສາກົນຂົວມິດຕະພາບ 3 ຈະເກັບລາຍຮັບທຸກລາຍການຕາມກົດໝາຍໃຫ້ຄົບຖ້ວນ ເພື່ອອັດຕັນທຸກຊ່ອງຫວ່າງທີ່ມີການຮົ່ວໄຫລ

ວັນທີ 6 ກໍລະກົດ 2023, ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບໃນໄລຍະ 6 ເດືອນຕົ້ນປີ 2023 ວ່າ : ຕາມແຜນການທີ່ໄດ້ຮັບມອບໝາຍ ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ຈໍານວນທັງໝົດ 602 ຕື້ກວ່າກີບ. ຜ່ານການປະຕິບັດຕົວຈິງໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ຫລາຍກວ່າ 281 ຕື້ກວ່າກີບ ເທົ່າກັບ 46,07 % ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 60,99%, ລາຍຮັບສ່ວນຫລາຍແມ່ນໄດ້ມາຈາກການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ, ປະເພດສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ເພີ່ມຂຶ້ນ ແລະ ປະເພດລາຍຮັບຈາກຄ່າທໍານຽມຕ່າງໆ (ຄັງແຮ), .
ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນກ່າວຕື່ມອີກວ່າ : ເພື່ອຕ້ານການຮົ່ວໄຫລ ທຸກລາຍຮັບເຂົ້າງົບປະມານ ຕາມຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ ແລະ ການປະຕິບັດບັດວາລະແຫ່ງຊາດ ແມ່ນຈະພ້ອມກັນຈັດເກັບລາຍຮັບທຸກລາຍການທີ່ມີ ຕາມກົດໝາຍ ແລະ ນິຕິກໍາກໍານົດໄວ້ໃຫ້ຄົບຖ້ວນ ແລະ ທັນເວລາ, ອັດຕັນທຸກຊ່ອງຫວ່າງທີ່ມີການຮົ່ວໄຫລ, ປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມື, ຊ່ວຍເຫລືອອໍານວຍຄວາມສະດວກໃຫ້ຜູ້ປະກອບການທີ່ມາໃຊ້ບໍລິການດ່ານໃຫ້ຫຼາຍຂຶ້ນ, ສ້າງຖານຂໍ້ມູນ, ແຫລ່ງຂ່າວລັກລອບ ຫລື ລະເມີດກົດໝາຍວ່າດ້ວຍພາສີ ແລະ ນິຕິກໍາຢູ່ພາຍໃນດ່ານໃຫ້ມີຄວາມຊັດເຈນ, ປະຕິບັດຕາມການຊີ້ນໍາຈາກການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ໃນແຕ່ລະໄລຍະຢ່າງເຂັ້ມງວດ.

