ແມນຊິຕີ ກຽມປ່ອຍ 4 ນັກເຕະດັງ ເພື່ອລະດົມທຶນຊື້ດາວຍິງດາວຮຸ່ງຜົນງານດີ

ວັນທີ 25 ທັນວານີ້ ເອີ້ນໄດ້ວ່າລົງທຶນສ້າງກັນຍົກໃຫຍ່ ເມື່ອສະໂມສອນແມນເຊສເຕີ ຊິຕີ ທີມດັງແຫ່ງພຣີເມຍລີກ ອັງກິດ ຕົກເປັນຂ່າວກຽມປ່ອຍ 4 ນັກເຕະອອກຈາກທີມ ເພື່ອລະດົມທຶນຊື້ດາວຍິງຟອມຮ້ອນແຮງຂອງເອີຣົບຢ່າງ ເອີຣິງ ເບຣາ ຮາແລນ ກອງຫນ້າຟອມຮ້ອນຈາກ ໂບຣຸສເຊຍ ດອດມຸນ ສະໂມສອນຊັ້ນນຳຂອງ ບຸນເດສລີກາ ເຢຍລະມັນມາຮ່ວມທີມ.

ເປັນທີ່ເຂົ້າໃນກັນວ່າ ຍອດທີມແຫ່ງເມືອງແມນເຊສເຕີ ຊິຕີ ຫາກໍໄດ້ຮັບເງິນກ້ອນໃຫຍ່ຈາກປ່ອຍ ເຟຣານ ຕໍເຣສ ໄປໃຫ້ກັບ ບາເຊໂລນາ ດ້ວຍຄ່າໂຕ 55 ລ້ານປອນ ນອກຈາກນີ້ພວກເຂົາຍັງກຽມປ່ອຍນັກເຕະທີ່ຢູ່ລະຫວ່າງຢືມຕົວທັງ ເປໂດຣ ປໍໂຣ, ໂຄ ອິຕາຄຸຣະ ລວມເຖິງ ມໍແກນ ໂຣເຈີ ອອກຈາກທີມໄປແບບຖາວອນ.

ສຳລັບ ເອີລິງ ເບຣົາ ຮາແລນ ພວມສ້າງຜົນງານໄດ້ຢ່າງສຸດຍອດກັບ ໂບຣຸສເຊຍ ດອດມຸນ ຫລັງຍິງໄປແລ້ວ 19 ປະຕູ 6 ແອສຊິສ ຈາກການລົງຫລິ້ນ 16 ນັດທີ່ຜ່ານມາກັບທີມໃນລະດູການນີ້.