ສາທາ ເຊີນຊວນທຸກຄົນຮີບຮ້ອນໄປສັກວັກຊີນກັນພະຍາດໂຄວິດ-19 ເຂັມທີ 3

ເມື່ອບໍ່ດົນມານີ້, ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ແນະນຳເພີ່ມການສັກວັກຊີນກັນພະຍາດໂຄວິດ-19 ເຂັມທີ 3 ເຊິ່ງປັດຈຸບັນ ສປປ ລາວ ມີວັກຊີນ 7 ຊະນິດຄື: ຊີໂນຟາມ, ຊີໂນແວັກ, ແອັສຕຣາເຊເນກາ, ໄຟເຊີ, ຈອນສັນແອນຈອນສັນ, ສະປູດນິກວີ ແລະ ສະປູດນິກໄລ ໂດຍເນັ້ນວ່າ: ຖ້າທຸກຄົນໄດ້ສັກວັກຊີນຊະນິດຕ່າງໆເປັນເວ ລາ 5 ເດືອນຂຶ້ນໄປ ສາມາດສັກກະຕຸ້ນເຂັມ 3 ໄດ້ ແລະ ຕໍ່ກໍລະນີຜູ້ທີ່ສັກຊີໂນຟາມຄົບ 2 ເຂັມ ກໍສາມາດສັກກະຕຸ້ນແອັສຕຣາເຊເນກາເຂັມ 3, ກໍລະນີສັກແອັສຕຣາເຊເນກາຄົບ 2 ເຂັມສາມາດສັກແອັສຕຣາເຊເນກາເຂັມ 3 ໄດ້ຕື່ມ, ກໍລະນີສັກໄຟເຊີຄົບ 2 ເຂັມສາມາດສັກແອັສຕຣາເຊເນກາເຂັມ 3, ກໍລະນີສັກຈອນສັນແອນຈອນສັນຖ້າຮອດ 5 ເດືອນ ສາມາດສັກແອັສຕຣາເຊເນກາເຂັມ 3, ສ່ວນຜູ້ສັກສະປູດນິກວີ ແລະ ສະປູດນິກໄລ ກໍເຊັ່ນດຽວກັນຖ້າໄລຍະຫ່າງ 5 ເດືອນ ສາມາດສັກແອັສຕຣາເຊເນກາເຂັມ 3 ໄດ້. ຂະນະທີ່ປັດຈຸບັນພວກເຮົາໄດ້ແຈກຢາຍວັກຊີນແອັສຕຣາເຊເນກາໄປທົ່ວທຸກແຂວງ ທຸກສະຖານທີ່ບໍລິການແລ້ວ ຈຶ່ງຂໍເຊີນຊວນທຸກຄົນຮີບຮ້ອນໄປສັກເພື່ອປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸເປົ້າໝາຍທີ່ກຳນົດ.

ສັກວັກຊິນ ເປັນການສ້າງພູມຕ້ານທານໃຫ້ກັບຮ່າງກາຍ | Vientiane Mai

ທ່ານ ພອນປະເສີດ ກ່າວອີກວ່າ: ປັດຈຸບັນ, ລັດຖະບານໄດ້ກະກຽມເປີດຕ້ອນຮັບນັກທ່ອງທ່ຽວຕ່າງ ປະເທດທີ່ຈະເຂົ້າທ່ອງທ່ຽວປະເທດພວກເຮົາ, ສະນັ້ນການສັກວັກຊິນຈຶ່ງສຳຄັນຫລາຍໂດຍສະເພາະຜູ້ປະຕິບັດໜ້າທີ່ຢູ່ຕາມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວບໍລິການຕ່າງໆ ຍິ່ງຈຳເປັນຕ້ອງໄປສັກວັກຊີນເຂັມ 3 ໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອຮອງຮັບການເປີດບໍລິການການທ່ອງທ່ຽວສີຂຽວ.ສ່ວນບັນດາຕົວເມືອງທີ່ຢູ່ຕາມເສັ້ນທາງລົດໄຟທີ່ໄດ້ເປີດການທ່ອງທ່ຽວສີຂຽວ ເປັນຕົ້ນນະຄອນຫລວງວຽງຈັນ, ວັງວຽງ, ຫລວງພະບາງ, ຫລວງນໍ້າທາ ແລະ ອຸດົມໄຊ, ກຸ່ມປະຊາກອນຢູ່ພື້ນທີ່ດັ່ງກ່າວຈະຕ້ອງສັກວັກຊີນໃຫ້ກວມເຖິງ 95% ເພື່ອຍົກພູມຕ້ານທານຂຶ້ນສູງເທົ່າທີ່ຈະສູງໄດ້ ຖ້າໄດ້ 100% ຍິ່ງເປັນການດີ ເພື່ອປ້ອງກັນການຕິດເຊື້ອຈາກນັກທ່ອງທ່ຽວລວມທັງບໍ່ສົ່ງເຊື້ອໃຫ້ແກ່ຜູ້ຈະມາທ່ອງທ່ຽວ ຖ້າທຸກຄົນເອົາໃຈ ໃສ່ເຂົ້າເຖິງການບໍລິການວັກຊິນ ພວກເຮົາຈະປອດໄພຈາກການຕິດເຊື້ອ ສະນັ້ນ ຂໍໃຫ້ທ່ານຮີບຮ້ອນໄປສັກວັກຊິນທັນທີ.