ກອງປະຊຸມວຽກງານຊາຍແດນລາວ-ໄທລະດັບເຈົ້າແຂວງ ແລະ ຈັງຫວັດຄັ້ງທີ X
ກອງປະຊຸມລະຫວ່າງເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນລາວ-ໄທຄັ້ງທີ X ໄດ້ຈັດຂຶ້ນໃນວັນທີ 26 ກັນຍານີ້, ຢູ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ແລະ ທ່ານ ສົມສັກ ຈັງຕະກຸນ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີແຫ່ງ ຣາຊະອານາຈັກໄທ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ ເພື່ອປຶກສາຫາລືການເສີມຂະຫຍາຍການຮ່ວມມືວຽກງານຊາຍແດນລະຫວ່າງສອງປະເທດໃນຫລາຍດ້ານຄື: ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການເຂົ້າ-ອອກເມືອງ, ການປ້ອງກັນ ແລະ ປາບປາມຢາເສບຕິດ, ການຄ້າມະນຸດ ແລະ ບັນຫາສຳຄັນອື່ນໆ, ເພື່ອແນໃສ່ເຮັດໃຫ້ການໄປມາຫາສູ່, ການທ່ອງທ່ຽວ ແລະ ເສີມສ້າງຄວາມສາມັກຄີຮັກແພງລະຫວ່າງປະຊາຊົນສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໍ+ບໍ່ແກ້ວ ແລະ ຊຽງຮາຍ ເພີ່ມທະວີຮັກສາຄວາມສະຫງົບຕາມຊາຍແດນ
ທ່ານເຈົ້າແຂວງຈຳປາສັກມີຄໍາເຫັນໃນກອງປະຊຸມວ່າ: ນັບແຕ່ກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດຊາຍແດນລາວ-ໄທຄັ້ງທີ IX ມານີ້, ໄດ້ເຮັດໃຫ້ສະພາບການພົວພັນຮ່ວມມືລະຫວ່າງແຂວງ ແລະ ຈັງຫວັດຊາຍແດນໄດ້ຮັບການເສີມຂະຫຍາຍ ແລະ ໄດ້ຮ່ວມກັນຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນລະດັບແຂວງ ແລະ ຈັງຫວັດ, ເຮັດໃຫ້ສະພາບຊາຍແດນລາວ-ໄທມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພດີ, ການພົວພັນເສດຖະກິດ-ການຄ້າ, ສິນລະປະ-ວັດທະນະທຳ ແລະ ກິລາ, ການໄປມາຫາສູ່ຢ້ຽມຢາມລະຫວ່າງສອງປະເທດເຫັນວ່າມີຄວາມສະດວກດີຂຶ້ນ, ສະເພາະກອງປະຊຸມຄັ້ງນີ້, ທັງສອງຝ່າຍຈະໄດ້ຄົ້ນຄວ້າປຶກສາຫາລືກັນຄື: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ການອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງ, ການຮ່ວມມືພັດທະນາເສດຖະກິດ-ສັງຄົມ ແລະ ການສົ່ງເສີມການທ່ອງທ່ຽວ ລວມທັງການໂຄສະນາໃຫ້ປະຊາຊົນຢູ່ເຂດຊາຍແດນລາວ-ໄທໃຫ້ຮັບຮູ້ ແລະ ເຂົ້າໃຈດ້ານລະບຽບກົດໝາຍຕ່າງໆ.

