ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຮ່ວມສຳມະນາທິດສະດີຄັ້ງທີ VIII

ວັນທີ 16 ທັນວາ 2021, ສະຫາຍຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ແລະ ສະຫາຍ ຫງວຽນຊວັນຖັງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິງ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ເປັນປະທານຮ່ວມສໍາມະນາທິດສະດີລະ ຫວ່າງສອງພັກ ລາວ-ຫວຽດນາມ ຄັ້ງທີ VIII ຜ່ານວີດີໂອທາງໄກ ໃນຫົວຂໍ້ “ບັນດາບັນຫາທິດສະດີ- ພຶດຕິກໍາຕົວຈິງໃໝ່ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະ ສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ” ໂດຍມີພະນັກງານການນໍາຂັ້ນສູງທີ່ປຶກສາສະພາທິດສະດີຂອງສອງພັກລາວ-ຫວຽດນາມ; ບັນດານັກວິທະຍາສາດ, ນັກທິດສະດີ; ຜູ້ຕາງໜ້າຄະ ນະຂອງສູນກາງພັກ, ກະຊວງ, ອົງການ ແລະ ຂະແໜງການສອງຝ່າຍ ເຂົ້າຮ່ວມ,ເພື່ອສືບຕໍ່ເສີມຂະຫຍາຍບັນດາກົນໄກການຮ່ວມມືທີ່ມີປະສິດທິພາບລະຫວ່າງສອງພັກ.

อาจเป็นรูปภาพของ 2 คน, ผู้คนกำลังยืน, หน้าจอ และ สถานที่ในร่ม

ພ້ອມກັນນີ້, ປະທານກອງປະຊຸມສອງຝ່າຍ ໄດ້ຜັດປ່ຽນກັນສະເໜີບາງບົດຮຽນກ່ຽວກັບບັນຫາທິດສະດີ-ພຶດຕິກໍາຕົວຈິງໃໝ່ ຂອງແຕ່ລະປະເທດ, ໂດຍໄດ້ຍົກໃຫ້ເຫັນບັນດາໝາກຜົນລວມຍອດແຫ່ງການຊີ້ນຳນຳພາຂອງແຕ່ລະພັກຕະຫລອດໄລຍະຜ່ານມາ,ໄດ້ສະແດງໃຫ້ເຫັນບັນດາແນວທາງຍຸດທະສາດ,  ລ້ວນແຕ່ມີບົດບາດຕັດສິນໃຫ້ແກ່ການກ້າວເດີນໄປຕາມຈຸດ ໝາຍຂອງພັກທີ່ໄດ້ກໍານົດໄວ້  ເພື່ອເປັນການແລກປ່ຽນບົດຮຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມໃຫ້ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ເລັ່ງພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພົວພັນຕ່າງປະເທດໃຫ້ນັບມື່ເຕີບໃຫຍ່ຂະຫຍາຍຕົວ.

ພາຍຫລັງກອງປະຊຸມດັ່ງກ່າວ 2 ສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ໄດ້ຮ່ວມລົງນາມໃນບົດບັນທຶກການຮ່ວມມືໃນໄລຍະ ປີ 2022-2026 ອີກດ້ວຍ.