ພວກເຮົາຕໍ່ຕ້ານຄວາມຮຸນແຮງຕໍ່ເດັກ ແຕ່ບໍ່ຄວນສວຍໂອກາດຫາຜົນປະໂຫຍດ ຫລື ສ້າງຄ່ານິຍົມບາງຢ່າງ

ກໍລະນີ ເດັກນ້ອຍຖືກມັດຕິດກັບລົດ ຍ້ອນກໍ່ເຫດລັກເຂົ້າໜົມຕິດຕໍ່ກັນ 3 ຄັ້ງ ເຫດການດັ່ງກ່າວເກີດຂຶ້ນຢູ່ບ້ານພູຫົວຊ້າງ ເມືອງອານຸວົງ ແຂວງໄຊສົມບູນ ກາຍເປັນກະແສຂ່າວໃຫຍ່ໃນໂລກອອນລາຍ ແລະ ສັງຄົມລາວຕະຫລອດວັນທີ 6 ແລະ ວັນທີ 7 ມີນາ 2023 ນີ້ ເນື່ອງຈາກວ່າພາບທີ່ເຫັນເປັນພາບຫົດຫູ່ຈິດໃຈ ເປັນການກະທຳຂອງຜູ້ໃຫຍ່ທີ່ມີຕໍ່ເດັກເກີນກວ່າເຫດ ຖືວ່າເປັນການກະທຳທາລຸນຕໍ່ເດັກ ມີໂທດທາງອາຍາ ແຕ່ເຫດການຄວນຈົບລົງ ເມື່ອຜູ້ກະທຳຜິດອອກມາຍອມຮັບຜິດຕໍ່ການກະທຳອັນຮຸນແຮງຕໍ່ເດັກ ແລະ ຍອມຮັບຊົດໄຊ້ ດ້ວຍການທຳອູ່ສູ່ຂວັນ ຢຽວຢາຜົນກທົບທາງດ້ານຈິດໃຈຕໍ່ເດັກ ສ່ວນເລື່ອງກົດໝາຍນັ້ນ ຂໍໃຫ້ເປັນຂັ້ນຕອນຕໍ່ໄປ.
ໃນຂະນະດຽວກັນ ສິ່ງທີ່ປາກົດໃຫ້ເຫັນໃນສັງຄົມລາວກໍຄື ມີຫລາຍຄົນທີ່ເປັນເນັດໄອດໍ, ແມ່ຄ້າພໍ່ຄ້າອອນລາຍ, ຄູບາອາຈານ ແລະ ບຸກຄົນທົ່ວໄປ ອອກມາປະກາດຊ່ວຍເຫລືອຈຳນວນຫລາຍລ້ານກີບ ບາງຄົນເຖິງ 10 ລ້ານກໍມີ ບາງຄົນໃຫ້ທຶນການສຶກສາ ແລະ ອື່ນໆ.
ການບໍລິຈາກ ແລະ ການຊ່ວຍເຫລືອເປັນສິ່ງທີ່ດີ ສັງຄົມບໍ່ຂັດຂ້ອງໃຈ ແລະ ບໍ່ສາມາດຫ້າມປາມໄດ້ ແຕ່ຂໍໃຫ້ຄິດພິຈາລະນາດ້ວຍເຫດຜົນອັນເໝາະສົມ ແລະ ແກ້ໄຂບັນຫານຳກັນຕື່ມ ເພາະກໍລະນີນີ້ຕ່າງຈາກກໍລະນີອື່ນໆຢູ່ບ່ອນວ່າ ເບື້ອງຕົ້ນເດັກມີພຶດຕິກຳບໍ່ເໝາະສົມ ແລະ ການແກ້ໄຂບັນຫາຂອງເຈົ້າຂອງຮ້ານທີ່ເປັນຜູ້ໃຫຍ່ເກີນກວ່າເຫດດ້ວຍອາລົມ ເຊິ່ງຜູ້ກະທຳຜິດອອກມາຍອມຮັບຜິດ ແລະ ຊົດໄຊ້ ເຊິ່ງມັນຄວນຈົບຢູ່ບ່ອນນັ້ນແລ້ວ.
ການຊ່ວຍເຫລືອ ແລະ ບໍລິຈາກຂອງຫລາຍຄົນໃນປັດຈຸບັນ ມີເຈຕະນາອັນຊັດເຈນຢູ່ແລ້ວວ່າຢາກຊ່ວຍເຫລືອໃຫ້ເດັກໄດ້ດີ ເບິ່ງແລ້ວຄືຈະດີ ແຕ່ທ່ານລອງຄິດໃຫ້ດີຄິດໃຫ້ຄັກວ່າມັນມີບາງຢ່າງທີ່ພວມແອບແຝງຢູ່ໃນຂະບວນການນັ້ນເຊັ່ນ:
- ແທນທີ່ເດັກຈະສຳນຶກຜິດຕໍ່ການກະທຳ ແລະ ຫລາບຈຳ ແຕ່ອາດຈະກໍ່ເຫດການຊໍ້າຕື່ມ ເພາະເດັກອາດຄິດວ່າ ລັກຈົນຖືກໂທດແລ້ວຈະໄດ້ດີ.
- ສ້າງເງື່ອນ ຫລື ເປັນຕົວຢ່າງບໍ່ດີໃຫ້ກັບເດັກຄົນອື່ນໆ ທີ່ຢາກໃຊ້ສະຖານະການ ປ່ຽນວິກິດເປັນໂອກາດ ຍ້ອນເຫັນເຫດການດັ່ງກ່າວນີ້ ເພາະຍັງມີເດັກອີກຈຳນວນຫລາຍຂາດໂອກາດ.
- ມີກຸ່ມຄົນບໍ່ດີ ຫລື ພວກມິດສາຊີບພວມໃຊ້ໂອກາດລະດົມເງິນ ເພື່ອໄປບໍລິຈາກ ເຊິ່ງອາດຈະສ້າງສະຖານະການຂຶ້ນມາຊໍ້າໆກໍເປັນໄດ້.
- ເດັກທີ່ດ້ອຍໂອກາດ, ຜູ້ທີ່ກຳລັງເດືອດຮ້ອນຍັງມີຈຳນວນຫລາຍທີ່ລໍຖ້າການຊ່ວຍເຫລືອ ພຽງແຕ່ພວກເຂົາເຫລົ່ານັ້ນບໍ່ທັນໄດ້ຮັບໂອກາດ.
- ກະແສກົງກັນຂ້າມພວມຕັ້ງຄຳຖາມວ່າ ພວກເຮົາກຳລັງໃຊ້ສະຖານະການນີ້ສ້າງຄະແນນຄວາມນິຍົມໃຫ້ກັບຕົນເອງຫລືບໍ່? ເຖິງແມ່ນວ່າຜູ້ມີເຈດຕະນາດີກໍຕາມ
ຈາກກໍລະນີນີ້ ອາດເປັນກໍລະນີສຶກສາວ່າ ການແກ້ໄຂບັນຫາຂອງພວກເຮົາຫລາຍຄົນພວມບ່ຽງໄປໃນທາງບໍ່ເຂົ້າຮ່ອມ ຫລືບໍ່, ເພາະໃນເບື້ອງຕົ້ນເຮົາກ່າວປະນາມຜູ້ໃຫຍ່ທີ່ກະທຳຄວາມຮຸນແຮງຕໍ່ເດັກນ້ອຍ, ປົກປ້ອງສິດທິເດັກ ໃຫ້ພວກເຂົາໄດ້ຮັບໂອກາດທີ່ດີ, ແກ້ໄຂບັນຫາຂອງເດັກໃຫ້ຖືກຕ້ອງ ເພື່ອບໍ່ໃຫ້ເກີດບັນຫາພາບຫົດຫູ່, ບໍ່ສົ່ງເສີມໃຫ້ເດັກມີພຶດຕິກຳບໍ່ດີຂຶ້ນຕື່ມອີກນັ້ນເອງ.

