ລີເວີພູລ ເດີນຫນ້າພ້ອມລ່າລາຍເຊັນ ກາບີ ດາວຮຸ່ງບາເຊໂລນາ

ລີເວີພູລ ທີມດັງຈາກພຣີເມຍລີກອັງກດ ພວມພິຈາລະນາເລື່ອງການດຶງຕົວ ກາບີ ກອງກາງດາວຮຸ່ງຂອງ ບາເຊໂລນາ ມາຮ່ວມທີມ ຈາກການລາຍງານຂອງ ເອລ ນາຊິອອງນາລ ສື່ຊື່ດັງຂອງສະເປນ.

ກອງກາງອາຍຸ 17 ປີ ສາມາດກ້າວຂຶ້ນມາຫລິ້ນໃນທີມຊຸດໃຫຍ່ຂອງ ອາຊູກຣານາ ໄດ້ສຳເລັດໃນລະດູການນີ້ ໂດຍນັກເຕະໄດ້ຮັບໂອກາດໃນການລົງຫລິ້ນໄປແລ້ວ 19 ນັດ.

ກາບີ ຄືຫນຶ່ງໃນດາວຮຸ່າງຂອງ ບາເຊໂລນາ ແລະ ທີມຊາດສະເປນ ຮ່ວມກັບຫມູ່ຮ່ວມລຸ້ນດຽວກັນຄື : ເປດຣີ ທີ່ແຈ້ງເກີດມາກ່ອນຫນ້ານີ້ ໃນຂະນະທີ່ທີມໃຫຍ່ ລາ ລີກາ ກໍຕ້ອງການຮັກສາລາວເອົາໄວ້ເປັນຫນຶ່ງໃນຜູ້ຫລິ້ນອະນາຄົດຂອງສະໂມສອນ.

ແນວໃດກໍຕາມລາຍງານຈາກ ເອລ ນາຊີອອງນາລ ກ່າວວ່າ : ລີເວີພູລ ນັ້ນພວມໃຫ້ຄວາມສົນໃຈນັກເຕະຄົນນີ້ຢ່າງຫລາຍ ແລະພວກເຂົາຍັງມັກຮູບແບບການຫລິ້ນຂອງນັກເຕະ ເຊິ່ງເຊື່ອວ່າຈະສາມາດເຂົ້າກັບຮູບແບບການເຮັດທີມຂອງ ເຈີເກັນ ຄລ໊ອບ ໄດ້ ແລະມີຄວາມເປັນໄປໄດ້ວ່າ ພວກເຂົາຈະຍອມຈ່າຍເງິນຈຳນວນ 42,6 ລ້ານປອນ ເປັນຄ່າຈີກສັນຍາເພື່ອດຶງມາຮ່ວມທີມ.

ລາຍງານດັ່ງກ່າວຍັງລະບຸວ່າ ບາເຊໂລນາ ອາດຕ້ອງຈຳໃຈຍອມຮັບຂໍ້ສະເຫນີດັ່ງກ່າວ ເນື່ອງຈາກພວກເຂົາພວມປະສົບບັນຫາທາງເງິນຢ່າງຫນັກ ແນວໃດກໍຕາມ ການຕັດສິນໃຈຍ້າຍທີມນັ້ນຂຶ້ນຢູ່ກັບກັບເຕະ.