ທາງລົດໄຟລາວ-ຈີນເປັນການໄຂສັງກາດໃໝ່ແຫ່ງການຫັນການພັດທະນາໂຄງລ່າງຄົມມະນາຄົມທາງບົກຂອງ ສປປ ລາວໃຫ້ກ້າວໄປສູ່ຄວາມເປັນທັນສະໄໝແບບບໍ່ເຄີຍມີມາກ່ອນ,ເປັນພື້ນຖານສຳຄັນໃນການບັນລຸຍຸດທະສາດຫັນປະເທດໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນຂອງ ສປປ ລາວ.
ໃນໂອກາດພິທີເປີດການນຳໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ ເຂົ້າຮ່ວມພິທີ ເປີດການນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ຊື່ງເປັນການໄຂສັງກາດໃໝ່ ແຫ່ງການຫັນການພັດທະນາໂຄງລ່າງຄົມມະນາຄົມທາງບົກ ຂອງ ສປປ ລາວ ໃຫ້ກ້າວໄປສູ່ ຄວາມເປັນທັນສະໄໝແບບບໍ່ເຄີຍມີມາກ່ອນ, ອັນໄດ້ ກາຍເປັນພື້ນຖານສຳຄັນ ໃນການບັນລຸຍຸດທະສາດ ການຫັນປະເທດ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ກັບ ພາກພື້ນ ຂອງ ສປປ ລາວ, ເປັນສັນຍາລັກມິດຕະພາບແຫ່ງການຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ກໍຄືໝາກຜົນຕົວຈິງຂອງການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງແທ້ຈິງ.
ພ້ອມທັງເຊື່ອໝັ້ນວ່າ ທາງລົດໄຟ ລາວ-ຈີນ ຈະເປັນ ປັດໄຈສຳຄັນທີ່ຈະນຳເອົາຄວາມຈະເລີນຮຸ່ງເຮືອງ ສີວິໄລ ມາສູ່ ສປປ ລາວ ແລະ ນຳເອົາການພັດທະນາມາສູ່ ພາກພື້ນ; ຂໍໃຫ້ເສັ້ນທາງສາຍນີ້ ກາຍເປັນເສັ້ນທາງແຫ່ງສັນຕິພາບ, ເສັ້ນທາງແຫ່ງການຮ່ວມມື ແລະ ການພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງສີວິໄລ, ພວກເຮົາຈົ່ງພ້ອມກັນເຮັດທຸກສິ່ງທຸກຢ່າງໃນປັດຈຸບັນໃຫ້ດີທີ່ສຸດເພື່ອລູກຫຼານຂອງພວກເຮົາໃຫ້ມີອະນາຄົດທີ່ດີຂຶ້ນ.
ທ່ານ ນາຍົກຍັງໄດ້ອວຍພອນໃຫ້ບໍລິສັດ ທາງລົດໄຟລາວ-ຈີນ ຈົ່ງຈະເລີນກ້າວໜ້າ ປະສົບຜົນສໍາເລັດທຸກປະການ ແລະ ນຳຜົນປະໂຫຍດອັນແທ້ຈິງ ມາສູ່ ປະຊາຊົນສອງຊາດ ລາວ-ຈີນ.
(ຂ່າວ+ພາບ: ສຳນານ)