ຖືກຈັບໄດ້ໃນທີ່ສຸດ ຄົນຮ້າຍກໍ່ເຫດປຸ້ນເງິນ 17.000.000 ກີບ ແລະ 7.000 ບາດ ຂອງຮ້ານຂາຍເຄື່ອງຄົນຈີນ ຢູ່ບ້ານທົ່ງຕູມ

ຄົນຮ້າຍ ກໍ່ເຫດປຸ້ນເງິນ 17.000.000 ກີບ ແລະ 7.000 ບາດ ຂອງຄົນຈີນເຈົ້າຂອງຮ້ານຂາຍເຄື່ອງຢູ່ບ້ານທົ່ງຕູມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນເມື່ອວັນທີ 29 ທັນວາ 2021 ຖືກ ປກສ ບ້ານຈັບໄດ້ແລ້ວໃນວັນທີ 3 ມັງກອນ 2022 ຫລັງກໍ່ເຫດປຸ້ນຊັບຮ້ານດັ່ງກ່າວເປັນເທື່ອທີ 2.

ไม่มีคำอธิบายรูปภาพ

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ເປີດເຜີຍວ່າ: ຜູ້ຖືກຫາຊື່ທ້າວ ຈັນທະສອນ ຫຼື ກ້ວຍ ອາຍຸ 35 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍຄະດີນີ້ເກີດຂຶ້ນເທື່ອທຳອິດໃນວັນທີ 29 ທັນວາ 2021 ເຊິ່ງພາຍຫລັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ມີຊາຍຄົນຮ້າຍ ຂີ່ລົດຈັກມາຈອດ ຢູ່ໜ້າຮ້ານຂາຍເຄື່ອງຂອງຕົນຢູ່ບ້ານທົ່ງຕູມແລ້ວຍ່າງເຂົ້າມາທຳຮ້າຍຮ່າງກາຍທັງດຶງເອົາກະເປົາເງິນທີ່ມີເງິນ 17.000.000 ກີບ ແລະ 7.000 ບາດແລ້ວຫຼົບໜີ. ຈາກນັ້ນກໍໄດ້ສົມທົບກັບການຈັດຕັ້ງບ້ານ ແລະ ປກສ ກຸ່ມ ລົງເກັບກຳຂໍ້ມູນໃນສະຖານທີ່ເກີດເຫດຈາກກ້ອງວົງຈອນປິດ ສາມາດຮູ້ເປົ້າໝາຍ ແລະ ຫລັງການຕິດຕາມ, ເວລາ 13:30 ໂມງ ວັນທີ 3 ມັງກອນ 2022 ເຈົ້າໜ້າທີ່ ປກສ ບ້ານທົ່ງຕູມ ກໍນຳຈັບຄົນຮ້າຍໄດ້ ຢູ່ເຂດບ້ານດັ່ງກ່າງ ແລ້ວສົ່ງມາໃຫ້ ກອງບັນຊາການ ປກສ ເມືອງຈັນທະບູລີ ດຳເນີນຄະດີ. ຂະ ນະທີ່ຜູ້ຖືກຫາ ສາລະພາບວ່າ: ໄດ້ລົງມືກໍ່ເຫດປຸ້ນເອົາເງິນແທ້ ແລະ ໃນມື້ຖືກຈັບ ຕົນໄດ້ຂັບຂີ່ລົດຈັກ ກັບມາຊອກປຸ້ນຊັບ ຢູ່ເຂດບ້ານທົ່ງຕູມ ອີກ, ແຕ່ກໍບໍ່ລອດຖືກ ປກສ ບ້ານທົ່ງຕູມ ຈັບໄດ້ກ່ອນ. ປັດຈຸບັນ,ກອງຄະດີ ປກສ ເມືອງຈັນທະບູລີ ພວມປະກອບສຳນວນຄະດີ ລາຍງານຕໍ່ອົງການໄອຍະການ ປະຊາຊົນ ເຂດ III ເພື່ອສືບຕໍ່ດໍາເນີນ ຄະດີ ຕາມຂັ້ນຕອນຂອງກົດໝາຍ.