ຢ້ານໂຄວິດຮອບ 4 “ບຸນເດສລີກາ” ຫຼຸດແຟນບານເຂົ້າສະໜາມບໍ່ເກີນ 50 ເປີເຊັນ

 

ການຮັບມືກັບການລະບາດຂອງ COVID-19 ຄັ້ງໃຫມ່ໄດ້ກາຍເປັນວາລະແຫ່ງຊາດຂອງເຢຍລະມັນ, ເມື່ອບໍ່ດົນມານີ້ ບຸນເດສລີກາ ເຢຍລະມັນ ກໍປະກາດການຫຼຸດຜ່ອນຈໍານວນແຟນບານທີ່ຈະເຂົ້າຫນາມກິລາ.

ວັນທີ 3 ທັນວາ 2021, ການແຂ່ງຂັນເຕະບານ ບຸນເດສລີກາ ເຢຍລະມັນ ໄດ້ປະກາດວ່າ ຈະຫຼຸດຈຳນວນແຟນບານ ທີ່ສາມາດເຂົ້າສະໜາມໄດ້ ໃນແຕ່ລະນັດ. ໂດຍໃຫ້ເຫລືອພຽງແຕ່ບໍ່ເກີນ 50 ເປີເຊັນຂອງຄວາມບັນຈຸສະຫນາມກິລາ ​ແລະ​ມີ​ເຖິງ 15,000 ຄົນ ຫລັງ​ຈາກ​ອຳນາດ​ການ​ປົກຄອງ​ເຢຍລະ​ມັນໄດ້​ປະກາດ​ປ່ຽນ​ມາດ​ຕະການ​ຮັບ​ມື​ກັບ COVID-19 ວັນພະຫັດທີ່ຜ່ານມາ

ທ່ານ​ນາງ ອັງເກລາ ແມເຄິລ, ນາຍົກລັດຖະມົນຕີ​ຍິງທີ່​ກຽມອອກ​ຈາກ​ຕຳ​ແໜ່​ງ, ​ແລະ ທ່ານ ໂອລາຟ ໂຊ, ວ່າທີ່ນາຍົກລັດຖະມົນຕີຄົນ​ຕໍ່​ໄປ. ໄດ້ມີມະຕິເຫັນດິຮ່ວມກັບຜູ້ນຳລັດທັງ 16 ລັດຂອງປະເທດເຍຢລະມັນ ສຳລັບການ​ຍົກ​ລະດັບມາດຕະການຕ່າງໆ ເພື່ອຮັບມືກັບ COVID-19 ທີ່ມີແມ່ນແນວໂນ້ມທີ່ຈະກັບຄືນສູ່ມາໃນຮອບທີ 4, ເຊິ່ງຈະສົ່ງຜົນກະທົບຕໍ່ຈໍານວນຕຽງນອນທີ່ຈະຮອງຮັບຄົນເຈັບ. ມື້ວານນີ້ຜູ້ຕິດເຊື້ອໃໝ່ຫຼາຍກວ່າ 73,000 ຄົນ ແລະ ເສຍຊີວິດ 388 ຄົນ.