ປະທານ Moderna ເຜີຍ ວັກຊີນເຂັມກະຕຸ້ນຕ້ານໂອມິຄຣອນ ອາດພ້ອມຂໍອະນຸມັດນຳໃຊ້ໄດ້ໃນເດືອນມີນາ

ສຕີເຟນ ໂຮກ ປະທານບໍລິສັດ Moderna Inc. ໃຫ້ສຳພາດຕໍ່ສຳນັກຂ່າວ Reuters ໃນວັນທີ 1 ທັນວາ ເປີດເຜີຍວ່າ: ທາງບໍລິສັດອາດຈະໄດ້ມີການທົດລອງວັກຊີນເຂັມກະຕຸ້ນທີ່ມີປະສິດທິພາບຕ້ານທານເຊື້ອໂຄວິດສາຍພັນໂອມິຄຣອນ ແລະ ພ້ອມຈະຍື່ນຂໍອະນຸມັດນຳໃຊ້ຕໍ່ທາງການອາເມລິກາໄດ້ຢ່າງໄວພາຍໃນເດືອນມີນາປີໜ້າ.
ໂຮກ ເຊື່ອວ່າ: ວັກຊີນເຂັມກະຕຸ້ນທີ່ມີລະຫັດພັນທຸກຳສະເພາະ ເຊິ່ງເພີ່ມເປົ້າໃສ່ການກາຍພັນທີ່ພົບໃໝ່ໃນໂຄວິດສາຍພັນໂອມິຄຣອນ ຈະເປັນຫົນທາງວ່ອງໄວທີ່ສຸດໃນການແກ້ໄຂບັນຫາການຫລຸດລົງຂອງປະສິດທິພາບວັກຊີນຕາມທີ່ຄາດກະໄວ້. ພ້ອມຢືນຢັນວ່າ: ທາງບໍລິສັດໄດ້ເລີ່ມໂຄງການພັດທະນາວັກຊີນເຂັມກະຕຸ້ນສຳລັບໂອມິຄຣອນແລ້ວໃນຕອນນີ້.
ນອກຈາກນີ້, ທາງ Moderna ກຳລັງພັດທະນາວັກຊີນແບບ Multivalent ທີ່ມີປະສິດທິພາບຕ້ານທານເຊື້ອໂຄວິດໄດ້ຄວບຄຸມເຖິງ 4 ສາຍພັນ ລວມທັງໂອມິຄຣອນ ແຕ່ຄາດວ່າການພັດທະນາອາດຕ້ອງໃຊ້ເວລາອີກຫລາຍເດືອນ.
ຂະນະທີ່ ໂຮກ ເຜີຍວ່າ: ແນວທາງປະຕິບັດເບື້ອງຕົ້ນສຳລັບການຍື່ນຂໍອະນຸມັດນຳໃຊ້ວັກຊີນຈາກສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ ຫລື FDA ນັ້ນ ຈຳເປັນຕ້ອງມີການທົດລອງທາງຄລີນິກໃນໄລຍະກາງເປັນຢ່າງໜ້ອຍ ເຊິ່ງສົ່ງຜົນໃຫ້ຂະບວນການທັງໝົດອາດໃຊ້ເວລາ 3-4 ເດືອນ.
“ວັກຊີນເຂັມກະຕຸ້ນສະເພາະສຳລັບໂອມິຄຣອນ ຕາມຄວາມເປັນຈິງຈະບໍ່ໄດ້ກ່ອນເດືອນມີນາ ແລະ ອາດຈະກາຍໄປເຖິງໄຕມາດທີ 2” ໂຮກ ກ່າວ. ຍົກເວັ້ນວ່າ: FDA ຈະປ່ຽນແນວທາງປະຕິບັດສຳລັບຂໍ້ມູນທີ່ຕ້ອງການເພື່ອຍື່ນຂໍອະນຸມັດນຳໃຊ້ວັກຊີນ.
ທັງນີ້, ໂຮກ ຢືນຢັນວ່າ: Moderna ສາມາດຜະລິດວັກຊີນໄດ້ໃນລະຫວ່າງທົດລອງທາງຄລີນິກ ເພື່ອໃຫ້ໄດ້ວັກຊີນພ້ອມນຳໃຊ້ໂດຍໄວທີ່ສຸດ. ຂະນະທີ່ ບໍລິສັດອາດສະເໜີໃຫ້ FDA ຮັບຮອງການປ່ຽນແປງຂອງສາຍພັນໄວຣັສ ເຊິ່ງເປັນແນວທາງທີ່ຄືກັບການຍື່ນຂໍອະນຸມັດນຳໃຊ້ວັກຊີນສຳລັບພະຍາດໄຂ້ຫວັດໃຫຍ່ທີ່ມີການປ່ຽນແປງເກືອບທຸກປີ ເຊິ່ງຈະສົ່ງຜົນໃຫ້ຂະບວນການຂໍອະນຸມັດນຳໃຊ້ວັກຊີນສັ້ນລົງ.
ອ້າງອີງ:

