ຍ້ອນຫຍັງ ສ.ເກົາຫຼີ ຈຶ່ງຕ້ານພະຍາດຢ່າງມີປະສິດທິຜົນ?

ລູກເມືອງພວນ

ສ.ເກົາຫຼີ ໄດ້ໃຊ້ຍຸດທະສາດແຍກພົນລະເມືອງ 50 ລ້ານຄົນອອກຈາກຜູ້ຕິດເຊື້ອ ໂດຍການປະສານສົມທົບ ແລະ ໃຫ້ຂໍ້ມູນຂ່າວສານແກ່ປະຊາຊົນໃນການມີສ່ວນຮ່ວມໄປກວດຫາເຊື້ອໄວຣັສຢ່າງທົ່ວເຖິງ. ຍາດຕິພີ່ນ້ອງຂອງຜູ້ຕິດເຊື້ອ ຕ້ອງນຳໄປກວດຫາເຊື້ອໃຫ້ຄົບຖ້ວນ.

ປະຫວັດການເຄື່ອນໄຫວຂອງຜູ້ປ່ວຍກ່ອນທີ່ຈະຕິດເຊື້ອຈະຖືກສ້າງພາບຄືນໃໝ່ທັງໝົດດ້ວຍການບັນທຶກຂອງກ້ອງວົງຈອນປິດ, ດ້ວຍບັດ ເອທີເອັມ ແລະ ເຄື່ອງຈັບຈຸດພິກັດຂອງສະມາດໂຟນ. ໃນກໍລະນີຫາກມີການຕິດເຊື້ອຢູ່ໃກ້ເຮືອນ ຫຼື ໃນຫ້ອງການຂອງທ່ານ ຈະໄດ້ຮັບສັນຍານເຕືອນທັນທີ.

ສ.ເກົາຫຼີ ດຳເນີນການກວດຫາເຊື້ອພະຍາດຫຼາຍກວ່າປະເທດໃດໃນໂລກ, ສະເລ່ຍ 10.000 ກໍລະນີ/ວັນ. ຍ້ອນແນວນັ້ນຈຶ່ງສາມາດປາບມັນໄດ້ທັນທີ.

ມາເຖິງເມື່ອວັນທີ 11 ມີນານີ້, ຜູ້ທີ່ໄປກວດຫາເຊື້ອໄວຣັມີເຖິງ 220.000 ຄົນ. ຢູ່ທີ່ ສ.ເກົາຫຼີ ມີໂຮງພັກບຳນານເຖິງ 500 ແຫ່ງ ຊຶ່ງຊີນເຄີຍກັບການກວດຫາເຊື້ອໄວຣັສມາແລ້ວ. ໃນນັ້ນມີເຖິງ 400 ສະຖານີກວດເຊື້ອເຄື່ອນທີ່ ເພື່ອຫຼຸດຜ່ອນການສຳພັດໃກ້ຊິດລະຫວ່າງຜູ້ຕິດເຊື້ອກັບພະຍາບານ.

ນອກຈາກນີ້ ສ.ເກົາຫຼີ ຍັງຖອດຖອນໄດ້ບົດຮຽນຈາກຄວາມຜິດພາດຂອງຕົນທີ່ຂາດແຄນເຄື່ອງກວດຫາເຊື້ອໄວຣັສໃນໄລຍະວິກິດການຂອງພະຍາດ MERS ໃນປີ 2015.ສະນັ້ນ, ເມື່ອເກີດມີການລະບາດຂອງເຊື້ອໄວຣັສໂຄໂຣນາເກີດຂຶ້ນ, ສ.ເກົາຫຼີ ຈຶ່ງມີເຄື່ອງກວດເຊື້ອໄວຣັສໄດ້ຢ່າງພຽງພໍ.

ລັດຖະບານອອກນະໂຍບາຍທີ່ວ່າ: “ຈົ່ງຢູ່ໄລຍະຫ່າງກັບສັງຄົມ”, ເຕືອນປະຊາຊົນຫຼີກລ່ຽງການໂຮມຊຸມນຸມ ແລະ ການສຳພັດໃກ້ຊິດກັນ, ໃສ່ໜ້າກາກອານາໄມ ໂດຍສະເພາະໃຫ້ປະຕິບັດຕາມລະບຽບການຂອງລັດຖະບານວາງອອກຢ່າງເຄັ່ງຄັດ. ຍ້ອນແນວນັ້ນ ກໍລະນີເສຍຊີວິດຢູ່ສ.ເກົາຫຼີ ຈຶ່ງມີໜ້ອຍ.

ຍ້ອນວິທີການດຳເນີນການທີ່ມີປະສິດທິຜົນດັ່ງກ່າວຂອງສ.ເກົາຫຼີ ຈຶ່ງໄດ້ກາຍເປັນຕົວແບບທີ່ດີໃນການຕ້ານ ແລະ ສະກັດກັ້ນໄວຣັສໂຄວິດ-19 ຢ່າງມີປະສິດທິຜົນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ