ຊານໂຊ ເປີດໃຈປົດລັອກປະຕູທຳອິດກັບ ແມນຢູ ຊະນະ ບີຢາ ເຣອັລ

ຈາດອນ ຊານໂຊ ເປີດເຜີຍຄວາມໃນໃຈ ຫລັງຍິງປະຕູທຳອິດນັບຕັ້ງແຕ່ຍ້າຍມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ໄດ້ສຳເລັດ ພາທີມຊະນະ ບີຢາ ເຣອັລ ເຂົ້າຮອບ 16 ທີມ ການແຂ່ງຂັນ ຢູຟາ ແຊ໊ມປຽນລີກ.
ວັນທີ 24 ພະຈິກຜ່ານມາ ຄວັນຫລົງການແຂ່ງຂັນຕະບານ ຢູຟາ ແຊ໊ມປຽນລີກ ຮອບແບ່ງກຸ່ມ ນັດ 5 ກຸ່ມ F ເຊິ່ງແມນເຊສເຕີ ຢູໄນເຕັດ ທີມດັງຈາກພຣີເມຍລີກ ອັງກິດ ບຸກໄປຊະນະ ບີຢາ ເຣອັລ ທີມຈາກ ລາ ລີກາ ແອັດສະປາຍ ເຖິງຖິ່ນ 2-0 ເຮັດໃຫ້ ແມນຢູ ມີ 10 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍ ໃນຖານະແຊ໊ມກຸ່ມແນ່ນອນແລ້ວ ເນື່ອງຈາກເຫລືອອີກ 1 ນັດ ມີຄະແນນນຳຫ່າງອັນດັບ 2 ຢູ່ 3 ຄະແນນ ແລະ ຍັງມີຜົນງານການພົບກັນດີກວ່າ ຈາກການຊະນະທັງຢູ່ສະຫນາມຕົນເອງ ແລະ ນອກບ້ານ ລວມທັງ ນຳ ອາລັນຕາ ອັນດັບ 3 ເຖິງ 4 ຄະແນນ.
ເກມນີ້ ຈາດອນ ຊານໂຊ ຍັງສາມາດຍິງປະຕູທຳອິດໃນການຫລິ້ນໃຫ້ກັບ ແມນເຊສເຕີ ຢູໄນເຕັດ ໄດ້ສຳເລັດນັບຕັ້ງແຕ່ຍ້າຍມາຈາກໂບຣຸສເຊຍ ດອດມຸນ ດ້ວຍຄ່າໂຕສູງເຖິງ 73 ລ້ານປອນ ເມື່ອລະດູການຜ່ານມາ ໂດຍປີທີມຊາດອັງກິດໄດ້ລົງເປັນ 11 ໂຕຈິງຄັ້ງທຳອິດ ພາຍໃຕ້ການຄຸມທີມຂອງ ໄມເຄິລ ຄາຮິກ ຜູ້ຈັດການທີມຊົ່ວຄາວ ແທນທີ່ ໂອເລ ກຸນນາ ໂຊລຊາ ທີ່ຫາກໍຖືກປົດ ກ່ອນຕອບແທນຄວາມໄວ້ວາງໄວ້ດ້ວຍການຍິງສຽບກ້ອງຄານຢ່າງເຕັດຂາດໃນນາທີສຸດທ້າຍ.

