ໂຣນັລໂດ ຂຶ້ນບັນລັງດາວຍງສູງສຸດຂອງໂລກ


ຄຣິສຕຽນໂນ ໂຣນັລໂດ ຕອກຢຳ້ຄວາມສຸດຍອດອີກເທື່ອຫນຶ່ງ ເມື່ອຂຶ້ນຄອງບັນລັງດາວຍິງສູງສຸດຕະຫລອດການຂອງວົງການບານເຕະໂລກ ດ້ວຍຜົນງານ 807 ປະຕູ ຫລັງຍິງແຮັດທຣິກໃຫ້ ແມນເຊສເຕີ ຢູໄນເຕັດ ຊະນະ ທັອດແນມ ຮັອດສະເປີ 3-2,
ຄຣິສຕຽນໂນ ໂຣນັລໂດ ດາວຍິງຊຸບເປີສະຕາ ແມນເຊສເຕີ ຢູໄນເຕັດ ຂຶ້ນຄອງບັນລັງດາວຍິງສູງສຸດຕະຫລອດການຂອງວົງການບານເຕະໂລກຮຽບຮ້ອຍແລ້ວ ຫລັງຍິງແຮັດທຣິກທີ 59 ໃນອາຊີບໃນເກມພຣີເມຍລີກ ນັດທີ ແມນເຊສເຕີ ຢູໄນເຕັດ ເປີດບ້ານເອົາຊະນະ ທັອດແນມ ຮັອດສະເປີ ສຸດມັນ 3-2 ເມື່ອວັນເສົາທີ່ຜ່ານມາ ສ່ົງຜົນໃຫ້ຍອດລວມປະຕູທັງໃນລະດັບສະໂມສອນ ແລະ ທີມຊາດ ສູງເຖິງ 807 ປະຕູ.
ແຕ່ກ່ອນສະຖິຕິດັ່ງກ່າວເປັນຂອງ ໂຢເຊບ ບິຄານ ດາວຍິງລູກເຄິ່ງ ອອສເຕຮຍ-ເຊັກ ທີ່ຍິງໄປເຖິງ 805 ປະຕູຕະຫລອດອາຊີບ ແຕ່ສຸດທ້າຍ ຄຣິສຕຽນໂນ ໂຣນັລໂດ ກໍທຳລາຍສະຖິຕິຂອງອະດີດກອງຫນ້າທີມຊາດອອສເຕຣຍ-ເຊັກ ລົງໄດ້ສຳເລັດ ຫລັງຍິງແຮັດທຣິກໃນຮອບ 14 ປີໃຫ້ ແມນເຊສເຕີ ຢູໄນເຕັດ ຊະນະ ສະເປີ.
ໃນຈຳນວນ 807 ປະຕູ ທີ່ ໂຣນັລໂດ ຍິງໄດ້ນັ້ນ ເປັນການຍິງໃຫ້ ສະປອດຕິງ ລິສບອນ 5 ປະຕູ, ຍິງໃຫ້ ແມນເຊສເຕີ ຢູໄນເຕັດ 137 ປະຕູ, ຍິງໃຫ້ ເຣອັນ ມາດຣິດ 450 ປະຕູ, ຍິງໃຫ້ ຢູເວນຕູສ 101 ປະຕູ ແລະ ຍິງໃຫ້ທີມຊາດໂປຣຕຸເກສ 115 ປະຕູ.

