ປີ 2021 ປະທານປະເທດ ອະໄພຍະໂທດ ໃຫ້ແກ່ນັກໂທດ ຜູ້ຝຶກຝົນດີ 2.017 ຄົນ

ໃນປີ 2021 ນີ້ ປະທານປະເທດ ຕົກລົງໃຫ້ອະໄພຍະໂທດ ແກ້ນັກໂທດຜູ້ຝຶກຝົນດັດສ້າງຕົນເອງດີ ຈຳນວນ 2.017  ຄົນ, ໃນນັ້ນມີຍິງ 284 ຄົນ, ຄົນຕ່າງປະເທດ 27  ຄົນ. ໃນຈຳນວນຜູ້ໄດ້ຮັບອະໄພຍະໂທດດັ່ງກ່າວມີຜູ້ຜ່ອນໂທດ ຈຳນວນ 2005 ຄົນ, ຍິງ 281 ຄົນ, ຕ່າງປະເທດ 27 ຄົນ ແລະ ອະໄພຍະໂທດປ່ອຍຕົວ ຈຳນວນ 12 ຄົນ, ຍິງ 3 ຄົນ.

ໃນວັນທີ 22 ພະຈິກ 2021 ນີ້, ທີ່ອົງການໄອຍະການ ປະຊາຊົນສູງສຸດ ນະຄອນຫລວງວຽງຈັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທັງ ເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຖະແຫລງໃຫ້ຮູ້ກ່ຽວກັບການກວດກາ-ຄົ້ນຄວ້າ ຂອງຄະນະກຳມະການອະໄພຍະໂທດຂັ້ນຕ່າງໆ ໄດ້ເອົາໃຈໃສ່ປະຕິບັນໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຕາມແນວທາງນະໂຍບາຍຂອງພັກ ກໍ່ຄື ລັດຖະທຳມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຖືກຕ້ອງຕາມນະໂຍບາຍມະນຸດສະທຳ. ມາຮອດປັດຈຸບັນປະທານປະເທດ ໄດ້ອອກລັດຖະດໍາລັດວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 19 ພະຈິກ 2021 ເນື່ອງໃນໂອກາດ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (ວັນ ຊາດທີ 2 ທັນວາ).