ລາວ-ຈີນ ຮ່ວມມືໃຫ້ບໍລິການຜ່າຕັດແກ່ນຕາຂຸ້ນບໍ່ເສຍຄ່າ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການຮ່ວມມືດ້ານການຜ່າຕັດແກ່ນຕາຂຸ້ນ ລະຫວ່າງກະຊວງສາທາລະນະສຸກແຫ່ງ ສປປ ລາວ ແລະ ມູນນິທິຈີເອັກຂອງ ສປຈີນ ໄດ້ມີຂຶ້ນໃນວັນທີ 25 ກັນຍານີ້ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກລາວ, ທ່ານ ຈ່ຽງ ຈ້າຍ ຕຸ່ງ ເອກອັກຄະລັດຖະທູດ ສປຈີນ ປະຈຳລາວ, ທ່ານ ຈຽນ ເຈິນ ຫຍິງ ຮອງປະທານສະພາທີ່ປຶກສາການເມືອງ ສປຈີນ ທັງເປັນປະທານມູນນິທິຈີເອັກ ສປຈີນ, ມີພາກສ່ວນກ່ຽວຂ້ອງຕ່າງໆຂອງສອງຝ່າຍເຂົ້າຮ່ວມນໍາດ້ວຍ.
ທ່ານ ດຣ ບຸນກອງ ສີຫາວົງ ໄດ້ມີຄໍາເຫັນໃນພິທີວ່າ: ໂຄງການຮ່ວມມືດ້ານການຜ່າຕັດແກ່ນຕາຂຸ້ນ ເປັນໂຄງການທີ່ດີ ແລະ ຖືກຕາມບູລິມາສິດຂອງກະຊວງສາທາລະນະສຸກ ທີ່ພວກເຮົາພວມຈັດຕັ້ງປະຕິບັດ ແລະ ບົນຈິດໃຈດັ່ງກ່າວ ກະຊວງສາທາລະນະສຸກ ໄດ້ສຸມໃສ່ການປັບປຸງຄຸນນະພາບຂອງການບໍລິການໃຫ້ດີຂຶ້ນ ແລະ ໄດ້ວາງນະໂຍບາຍ 5 ດີ 1 ພໍໃຈ ເພື່ອບັນລຸເປົ້າໝາຍຮັກສາສຸຂະພາບຂອງທົ່ວປວງຊົນ ໃຫ້ບັນລຸເປົ້າໝາຍໃນປີ 2025, ດັ່ງນັ້ນໂຄງການດັ່ງກ່າວນີ້, ນອກຈາກຈະບໍລິການປະຊາຊົນຜູ້ມີບັນຫາທາງສາຍຕາແລ້ວ ຍັງເປັນການສິດສອນ ແລະ ອົບຮົມໃຫ້ພະນັກງານແພດໝໍລາວ ໃຫ້ມີປະສົບການ ແລະ ມີບົດຮຽນຫລາຍຂຶ້ນ.
ທ່ານ ດຣ ບຸນກອງ ສີຫາວົງ ເວົ້າວ່າ: ກະຊວງສາທາລະນະສຸກ ພ້ອມແລ້ວທີ່ຈະອຳນວຍຄວາມສະດວກ ແລະ ຮຽກຮ້ອງມາຍັງວິຊາການ ຝ່າຍລາວ ແລະ ຈີນ ປືກສາຫາລືກັນ, ວາງແຜນ ຈັັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ໃຫ້ໄດ້ຮັບໝາກຜົນ ແລະ ສາມາດປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດລາວ-ຈີນໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.
ສຳລັບໂຄງການຮ່ວມມືດ້ານການຜ່າຕັດແກ່ນຕາຂຸ້ນ ແມ່ນຈະເລີມຈັດຕັ້ງປະຕິບັດແຕ່ປີ 2020 ເປັນຕົ້ນໄປ ເປັນໂຄງການເພື່ອໃຫ້ການບໍລິການ ໂດຍບໍ່ໄດ້ເສຍຄ່າ, ພ້ອມທັງຈະຊ່ວຍອຳນວຍຄວາມສະດວກໃຫ້ປະຊາຊົນລາວ ໂດຍສະເພາະຜູ້ທີ່ເປັນພະ ຍາດແກ່ນຕາຂຸ້ນ ໃຫ້ໄດ້ຮັບການບໍລິການຢ່າງທົ່ວເຖິງ, ເຊິ່ງໂຄງການດັ່ງກ່າວແມ່ນຈະມີລົດບໍລິການແບບເຄື່ອນທີ່ໃນຂອບເຂດທົ່ວປະເທດ.

