5 ນິໄສເສດຖີ ຈຸດເລີ່ມຕົ້ນຂອງຄົນສ້າງໂຕເປັນເສດຖີ

- ເລືອກອາຊີບທີ່ກົງໃຈ : “ເຈົ້າຂອງເງິນກ້ອນໃຫຍ່” ອາດມີອາຊີບຫລາກຫລາຍ, ແຕ່ສຳຄັນມັນຕ້ອງເປັນອາຊີບທີ່ກົງໃຈ ສຳລັບເຂົາເທົ່ານັ້ນ ແມ່ນຢູ່ວ່າຜູ້ທີ່ເປັນນັກທຸລະກິດມີໂອກາດເປັນເຈົ້າຂອງເງິນກ້ອນໃຫຍ່ໄວກ່ວາຄົນທົ່ວໄປ 4 ເທົ່າ ແຕ່ ເຖິງຈະເປັນແນວນັ້ນກໍບໍ່ພົບວ່າມີທຸລະກິດປະເພດໃດປະເພດໜຶ່ງທີ່ຈະປະສົບຄວາມສຳເລັດຫລາຍກ່ວາປະເພດອື່ນໆ. ສະຫລຸບວ່າ ຄວາມຮັ່ງມີມາຈາກລັກສະນະນິໄສຂອງພວກເຂົາ ຫລາຍກ່ວາປະເພດທຸລະກິດທີ່ເລືອກເຮັດ ເຊິ່ງຂໍ້ນີ້ຕ່າງ ຈາກທີ່ພວກເຂົາມັກເຮັດກັນ ຄື ເລືອກອາຊີບທີ່ນິຍົມ ຫລາຍກ່ວາອາຊີບທີ່ກົງໃຈ ເຊັ່ນວ່າ : ໄລຍະທີ່ຮ້ານກາເຟໄດ້ຮັບ ຄວາມນິຍົມ ກໍແຫ່ກັນເປີດຮ້ານກາເຟຈົນເຕັມໄປໝົດ ໃນທີ່ສຸດຫລາຍໆຮ້ານກໍຕ້ອງຫອບກະເປົ໋າກັບເຮືອນຢ່າງຂາດທຶນ ກັນໄປ.
- ມຸ້ງໜ້າສ້າງໂຕດ້ວຍ 2 ມືເປົ່າ ບໍ່ສົນໃຈມໍລະດົກ ຫລື ການສະໜັບສະໜູນຈາກພໍ່ແມ່ : 80% ຂອງ ເຈົ້າຂອງເງິນກ້ອນ ໃຫຍ່ ສ້າງເງິນກ້ອນນີ້ໄດ້ດ້ວຍ 2 ມືຂອງຕົນເອງທັງໝົດ ໜ້ອຍຄົນທີ່ຈະເພິ່ງພາພໍ່ແມ່ ຫລື ເຝົ້າລໍຖ້າມໍລະດົກ ຍິ່ງເລີ່ມຕົ້ນ ຈາກມືເປົ່າ ພວກເຂົາກໍຍິ່ງແຂງແກ່ນ. ເຈົ້າຂອງເງິນກ້ອນໃຫຍ່ສາມາດຢືນໄດ້ດ້ວຍຂາຂອງຕົນເອງຕັ້ງແຕ່ອາຍຸຍັງ ນ້ອຍ.
- ທຸ້ມເທເວລາສ່ວນຫລາຍໄປກັບການວາງແຜນສ້າງໂຕ : ເຈົ້າຂອງເງິນກ້ອນໃຫຍ່ມັກໃຊ້ເວລາສະເລ່ຍ ມື້ລະ 8 ຊົ່ວໂມງ ກັບການວາງແຜນຊີວິດ ຂະນະທີ່ຄົນທົ່ວໄປໃຊ້ເວລາຄິດແຕ່ເລື່ອງຫາຄວາມສຸກ ຫລາຍຄົນເມື່ອເວົ້າເຖິງເລື່ອງການ ວາງແຜນການເງິນມັກຈະບອກວ່າບໍ່ມີເວລາໂດຍທີ່ຄວາມຈິງແລ້ວໃຊ້ເວລາບໍ່ຫລາຍ ບໍ່ເທົ່າໃດນາທີໃນແຕ່ລະມື້. ແຕ່ຊ້ຳ ພັດມີເວລາຍ່າງເລາະຕະຫລາດເພື່ອໃຊ້ຈ່າຍເງິນ ມື້ລະຫລາຍຊົ່ວໂມງ ເຊິ່ງຄົນທົ່ວໄປເບິ່ງການເລີ່ມທຸລະກິດສວນໂຕ ວ່າເປັນຄວາມສ່ຽງ, ແຕ່ຄົນຮັ່ງມີ (ແລະ ຄົນທີ່ມີໂອກາດຮັ່ງມີ) ຈະເບິ່ງເປັນເສັ້ນທາງສູ່ຖານະທີ່ຮັ່ງມີໝັ້ນຄົງ – ຄົນ ທົ່ວໄປເບິ່ງເງິນ ເບິ່ງດ້ວຍເສັ້ນຊື່ ເຊັ່ນ : ສົມມຸດເຮັດວຽກໄດ້ຊົ່ວໂມງລະ 10.000 ກີບ ຖ້າຍອມເຮັດຫລາຍຂຶ້ນກໍຈະໄດ້ ເງິນຫລາຍຂຶ້ນ ແມ່ນແຕ່ຜູ້ທີ່ມີການສຶກສາດີກໍຄິດວ່າການຮຽນປະລິນຍາເອກຈະຊ່ວຍໃຫ້ໄດ້ເງິນເດືອນຫລາຍຂຶ້ນ (ກໍ ແມ່ນ ແຕ່ກໍເປັນການເບິ່ງແບບເສັ້ນຊື່ຄືກັນ ຄື ໃຫ້ເວລາກັບການຮຽນ ເພື່ອສຸດທ້າຍຈະເອົາວຸດທິການສຶກສາໄປຕໍ່ລອງ ເງິນເດືອນໃຫ້ຫລາຍຂຶ້ນ)… ສ່ວນຄົນຮັ່ງມີຈະເບິ່ງໃສ່ໄອເດຍ ໂດຍສະເພາະໄອເດຍທີ່ຈະຊ່ວຍແກ້ບັນຫາ (ແລະຕອບ ໂຈດຄວາມຕ້ອງການ) ຂອງຜູ້ຄົນໄດ້ ແລະ ສ້າງເງິນຈາກເລື່ອງເຫລົ່ານີ້… ແຕ່ເຖິງແນວໃດຄົນຮັ່ງມີກໍບໍ່ໄດ້ໂດດເຂົ້າ ໃສ່ໄອເດຍຢ່າງບໍ່ມືນຫູມືນຕາ ເຂົາຈະສຶກສາຄວາມສ່ຽງຢ່າງດີກ່ອນທີ່ຈະລົງມືເຮັດ.
- ໃຫ້ຄວາມສຳຄັນກັບອິດສະລະພາບທາງການເງິນຫລາຍກ່ວາສະຖານະທາງສັງຄົມ : ເຈົ້າຂອງເງິນກ້ອນໃຫຍ່ໂຕຈິງ ມັກໃຊ້ຊີວິດແບບຊົນຊັ້ນກາງ ຢູ່ໃນເຮືອນຂະໜາດພໍສະບາຍ, ຂັບລົດຍີ່ຫໍ້ທົ່ວໆໄປທີ່ໃຊ້ງານໄດ້ດີ ພວກເຂົາບໍ່ມັກແຂ່ງຂັນ ເອົາໜ້າກັບໃຜ ຈຶ່ງບໍ່ຕ້ອງມີໜີ້ສິນກ້ອນໃຫຍ່ໄວ້ເປັນໂຕຖ່ວງຊີວິດ. ສາເຫດໜຶ່ງຂອງການເປັນໜີ້ສິນຫລາຍແມ່ນການ ມັກປຽບທຽບກັບຄົນອື່ນ ເຫັນຂ້າງເຮືອນມີຫຍັງແລ້ວຕ້ອງມີຫລາຍກ່ວາ, ດີກ່ວາ, ບໍ່ຮູ້ແຂ່ງຂັນໄປໄດ້ປະໂຫຍດຫຍັງ ເພາະສຸດທ້າຍຄົນທີ່ມີຄວາມສຸກແມ່ນຄົນຂາຍເຄື່ອງ, ສ່ວນຄົນທີ່ທຸກແມ່ນໂຕເຮົາເອງ.
- ໃຊ້ຈ່າຍຢ່າງມີເຫດຜົນ : ຄົນສ່ວນຫລາຍເຖິງເຮັດວຽກໜັກ, ກະເປົ໋າໜັກ, ແຕ່ມັກໃຊ້ຈ່າຍໜັກໄປນຳ ຈຶ່ງຮັ່ງມີບໍ່ສຳເລັດ ກົງກັນຂ້າມກັບເຈົ້າຂອງເງິນກ້ອນໃຫຍ່ທີ່ທັງເຮັດວຍກໜັກ, ກະເປົ໋າໜັກ, ແຕ່ຄິດໜັກນຳເມື່ອໃຊ້ຈ່າຍປຽບທຽບຄົນທົ່ວ ໄປ ເປັນນັກກິລາບານເຕະກອງໜ້າທີ່ມຸ້ງໜ້າແຕ່ຈະສ້າງຄະແນນ ຈົນເສຍປະຕູ. ແຕ່ຄົນຮັ່ງມີເຫລົ່ານີ້ໃຫ້ຄວາມສຳຄັນ ກັບການຮັກສາປະຕູເທົ່າໆກັບການສ້າງຄະແນນ, ຄົນທົ່ວໄປໃຊ້ຊີວິດເກີນຖານະທີ່ແທ້ຈິງ, ແຕ່ຄົນຮັ່ງມີໃຊ້ຊີວິດຕ່ຳກ່ວາ ຖານະ – ເຖິງຈະມີຄົນຮັ່ງມີຫລາຍໆ ບາງຄົນທີ່ສະແດງການໃຊ້ຊີວິດຢ່າງສຸດຫລູ ແຕ່ຄົນຮັ່ງມີໂດຍທົ່ວໄປ ໃຊ້ຊີວິດຕ່ຳ ກ່ວາຖານະທີ່ແທ້ຈິງ…
- ຄົນຮັ່ງມີສ່ວນຫລາຍ (ແຕ່ບໍ່ແມ່ນທັງໝົດ – ເພາະເຮົາຈະເຫັນແຕ່ຊີວິດຂອງຄົນຮັ່ງມີ ບາງສ່ວນທີ່ເຂົາສະແດງໃຫ້ ເຫັນຕໍ່ສາທາລະນະ. ສ່ວນຄົນຮັ່ງມີທີ່ຮັ່ງມີງຽບໆ ເຮົາກໍຈະບໍ່ມີໂອກາດໄດ້ເຫັນ, ແຕ່ບໍ່ແມ່ນບໍ່ມີຢູ່) ຈະບໍ່ໄຫລໄປ ຕາມກະແສດຶງດູດ ພວກເຂົາຕ້ອງການອິດສະລະທາງການເງິນ ແລະ ຈະບໍ່ເປັນທາດຂອງສິ່ງຕ່າງໆ ພະຍາຍາມ ເຮັດໂຕເອງເປັນນັກລົງທຶນ ສາມາດເຮັດໄດ້ເຖິງຈະເປັນພະນັກງານປະຈຳ, ແຕ່ຕ້ອງສະຫລາດໃນການເລືອກລົງ ທຶນ ຕອນນີ້ມີຫລາຍຄົນທີ່ເຮັດວຽກປະຈຳໄປນຳ, ແຕ່ລົງທຶນໃນຫຸ້ນໄປນຳ ເຊິ່ງສາມາດສ້າງລາຍຮັບເສີມທີ່ດີ, ແຕ່ ການລົງທຶນທຸກຢ່າງມີຄວາມສ່ຽງໝົດ ດັ່ງນັ້ນ ກ່ອນທີ່ຈະລົງທຶນບໍ່ວ່າຈະເປັນການລົງທຶນປະເພດໃດ ຕ້ອງສຶກສາ ໃຫ້ຈະແຈ້ງ ບໍ່ດັ່ງນັ້ນ ຈາກທີ່ຈະໄດ້ເງິນງອກງາມຂຶ້ນມາ ເງິນນັ້ນອາດຈະຫາຍວັບໄປກັບຕາກໍໄດ້.

