ໂອກາດເຂົ້າພັນສາພ້ອມກັນຫັນໜ້າສ້າງຄວາມດີເພື່ອຊາດບ້ານເມືອງ

ໂເຍ: ທິດກໍ່າ
ຕາມປົກກະຕິເມື່ອເຖິງຍາມເຂົ້າພັນສາໄປແລ້ວ ຄືນັບແຕ່ເດືອນ 8 ເພັງ ຫາເດືອນ 11 ເພັງ (ເດືອນລາວ) ບັນດາພະສົງສາມະເນນຕ້ອງຈໍາພັນສາຢູ່ວັດ ໝາຍວ່າງົດການໄປທໍາກິດຈະວັດຕ່າງໆ ການໄປມາແຮມຄືນ ອັນສາເຫດກໍຍ້ອນວ່າໃນຊ່ວງສາມເດືອນນີ້ ປະຊາຊົນສຸມໃສ່ທໍາການຜະລິດ ທັງການໄປມາເຮັດບຸນສິນກິນທານມີຄວາມຫຍຸ້ງຍາກ ເພາະໃນເປີງພຸດທະການມີແຕ່ຍ່າງກັບຍ່າງ ຍັງບໍ່ທັນມີລົດລາງພາຫະນະຄືສະໄໝນີ້. ຖ້າຕ້ອງການໄປທໍາກິດຈະວັດ ຫລື ໄປເຮັດບຸນສິນກິນທານຕ່າງໆ ກໍຕ້ອງໄດ້ແຂ່ງຝົນລຸຍນໍ້າລຸຍໃນຜ່ານປ່າດົງວົງກົດ, ບາງບ່ອນກໍຢຽບຜືນໄຮ່ທົ່ງນາຂອງປະຊາຊົນຈົນເປເປດເສຍຫາຍ. ຈາກສາເຫດດັ່ງກ່າວ ພະພຸດທະເຈົ້າຈຶ່ງອອກກົດຫ້າມພະສົງສາມະເນນໃຫ້ພາກັນຈໍາພັນສາຢູ່ວັດເປັນເວລາ 3 ເດືອນ. ໃນໄລຍະຈໍາພັນສານີ້ ໃຫ້ພະສົງສາມະເນນພາກັນບູລະນະປົວແປງສະຖານທີ່ວັດວາອາຮາມ ທັງສຶກສາຮໍ່າຮຽນທໍາມະໃຫ້ແຕກສານ. ນີ້ຄືຕົ້ນເຫດ ຫລືວ່າ ເປັນທີ່ມາຂອງການຈໍາພັນສາຈົນກາຍມາເປັນຮີດຄອງປະເພນີສືບຕໍ່ກັນມາຮອດທຸກວັນນີ້.
ສໍາລັບປະຊາຊົນທີ່ເປັນຊາວພຸດຈໍານວນບໍ່ໜ້ອຍກໍຖືໂອກາດນີ້ເປັນວາລະທີ່ຫັນຕົນເອງທໍາຄວາມດີຄວາມຊອບຕໍ່ການດໍາລົງຊີວິດເຊັ່ນ: ງົດການກະທໍາທີ່ເປັນອະບາຍຍະມຸກທັງປວງ, ງົດການດື່ມເຫລົ້າເມົາສຸລາ, ງົດການໄປຫລິ້ນໄປທ່ຽວເຮຮາສາລະພັດ. ບາງຄົນຜູ້ມີສັດທາແຮງກ້າກໍນຸ່ງຂາວໄຫວ້ພະຈໍາສິນຢູ່ວັດເພື່ອເປັນມຸງຄຸນຕໍ່ຊີວິດ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າວ່າ ໃນໂອກາດເຂົ້າພັນສາ ຊ່ວງໄລຍະສາມເດືອນນີ້ ຢາກຂໍໃຫ້ຊາວພຸດເຮົາໂດຍລວມພາສ້າງຄວາມດີຕໍ່ຊາດບ້ານເມືອງດ້ວຍໜ້າທີ່ການງານເພື່ອຊ່ວຍກັນແກ້ໄຂວິກິດຂອງຊາດ. ອີກຢ່າງໜຶ່ງຊ່ວງນີ້ເປັນຊ່ວງກອງປະຊຸມໃຫຍ່ສາມຂັ້ນມີຫລາຍເມືອງຫລາຍແຂວງກໍມີການປ່ຽນແປງບຸກຄະລາກອນການນໍາຂອງພັກ. ນອກຈາກນັ້ນ ຫລັງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ມີຫລາຍອັນຫລາຍຢ່າງທີ່ພວກເຮົາຕ້ອງໄດ້ພ້ອມກັນສຸມໃສ່ບຸກທະລຸເຊັ່ນ: ບັນຫາການສໍ້ລາດບັງຫລວງທີ່ຍັງເປັນພະຍາດຊໍາເຮື້ອ, ບັນຫາຢາເສບຕິດ, ບັນຫາເງິນເຟີ້, ສິນຄ້າແພງ ຄ່າແຮງຕໍ່າ, ບັນຫານໍ້າ, ບັນຫາໄຟທີ່ຍັງຄາໃຈຂອງຄົນໃນຊາດ, ບັນຫາເສັ້ນທາງ ແລະ ບັນຫາອື່ນໆທີ່ພົວພັນເຖິງຊາຕາກໍາຂອງປະເທດຊາດ. ເຮົາຄິດວ່າໃນຊ່ວງໄລຍະເຂົ້າພັນສາສາມເດືອນນີ້ ຖ້າເຮົາມີສາມະທິຕັ້ງຕົນສ້າງຄວາມດີເຫັນແກ່ຊາດບ້ານເມືອງເປັນຫລັກຄິດວ່າຈະປະກອບສ່ວນຢ່າງໃຫຍ່ຫລວງຕໍ່ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2025 ໄດ້ຕາມຄາດໝາຍທີ່ວາງໄວ້.

