ປີນີ້ມີຜູ້ສອບເສັງເຂົ້າມະຫາວິທະຍາໄລ ແຫ່ງຊາດຫລາຍກວ່າ 18 ພັນຄົນໃນ ຂະນະ ມຊ ຮັບເອົາພຽງ 6 ພັນຄົນເທົ່ານັ້ນ

ການສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດສົກປີ 2017-2018 ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດນີ້, ໂດຍມີນັກສຶກສາຫລາຍກວ່າ 18 ພັນຄົນເຂົ້າສອບເສັງດັ່ງກ່າວ. ສ່ວນໃຫຍ່ນັກສຶກສາແມ່ນເລືອກຮຽນສາຍວິທະຍາສາດ-ສັງຄົມ, ຂະນະທີ່ປີນີ້ ມຊ ຈະເປີດຮັບນັກສຶກສາພຽງ 6 ພັນກວ່າ.
ທາງມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ການສອບເສັງແບ່ງອອກເປັນ 3 ສາຍຄື: ສາຍວິທະຍາສາດທໍາມະຊາດ, ສາຍວິທະຍາສາດສັງຄົມ ແລະ ເຄິ່ງວິທະຍາສາດທໍາມະຊາດ ແລະ ເຄິ່ງວິທະຍາສາດສັງຄົມ. ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໂປ່ງໃສທາງມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງຄະນະກໍາມະການຫລາຍຄະນະເຊັ່ນ: ຄະນະກໍາມາທິການຄວບຄຸມຂໍ້ສອບເສັງ, ຄະນະກໍາມະການຍາມຫ້ອງເສັງ ແລະ ຄະນະກໍາມະການນໍາສົ່ງ ແລະ ແຈກຢາຍຫົວບົດສອບເສັງ, ພິເສດໃນປີນີ້, ມະຫາວິທະຍາໄລແຫ່ງຊາດໄດ້ນໍາໃຊ້ລະບົບຄອມພິວເຕີເຂົ້າໃນການກວດຂໍ້ສອບເສັງ ແລະ ໃຊ້ເຈ້ຍຂໍ້ສອບສະເພາະ ເພື່ອປ້ອງກັນບໍ່ໃຫ້ນັກສຶກສາລັກລອບກ່າຍ ຫລື ປອມແປງຄໍາຕອບໄດ້ ແລະ ສໍາລັບການຄັດເລືອດເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດປີນີ້ ແມ່ນຈະມີຄວາມເຂັ້ມງວດກວ່າເກົ່າ, ໂດຍສະເພາະແມ່ນຫ້າມນັກສອບເສັງນໍາເອົາເອກະສານ, ອຸປະກອນການສື່ສານເຂົ້າຫ້ອງສອບເສັງເດັດຂາດ ຄື: ຈັກຄິດໄລ່, ໂທລະສັບມືຖື, ຊຶ່ງຜ່ານມາກໍຍັງມີນັກສຶກສາບາງຄົນໄດ້ລັກລອກນໍາເອົາເຄື່ອງມືເຂົ້າຫ້ອງສອບເສັງ ແລະ ຖືກຄະນະກໍາມະການຕັດສິດສອບເສັງມາແລ້ວ, ພ້ອມນີ້ຍັງມີການກວດສອບຫ້ອງສອບເສັງໃຫ້ມີຄວາມພ້ອມໃຊ້ງານສະດວກຄື: ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ 17 ເຂດໃນທົ່ວປະເທດ.
ປີນີ້ ມຊ ໄດ້ສະເໜີກະຊວງສຶກສາທິການ ແລະ ກິລາ ເພື່ອຂໍໂກຕາຮັບນັກສຶກສາເຂົ້າຮຽນ ມຊ ເພີ່ມຂຶ້ນ, ເນື່ອງຈາກວ່າຈະມີການເປີດສອນຕື່ມອີກ 2 ວິຊາຮຽນຄື: ວິຊາວິທະຍາສາດການກິລາ ແລະ ວິຊາຊັບພະຍາກອນນໍ້າ.

