ແຂວງຫລວງນ້ຳທາທຳລາຍອາວຸດລ່າສັດຈຳນວນຫລາຍ

ເມື່ອບໍ່ດົນມານີ້, ກອງບັນ ຊາການ ປກສ ແຂວງ ຫລວງ ນ້ຳທາ ໄດ້ນໍາ ເອົາອາວຸດລ່າ ສັດປະເພດປືນແກັບ 800 ກວ່າກະບອກ ແລະ ສິນຄ້າ ຕ້ອງຫ້າມປະເພດຕ່າງໆ ອີກຈຳນວນໜຶ່ງໄປທໍາລາຍຖີ້ມຢູ່ສະໜາມຂີ້ເຫຍື້ອຂອງ ແຂວງ, ພາຍຫລັງໄດ້ລະດົມ ທ້ອນໂຮມອາວຸດດັ່ງກ່າວ ຈາກປະຊາຊົນ ໃນທົ່ວ ແຂວງ ຂອງຕົນແຕ່ປີ 2017 ເປັນຕົ້ນ ມາ ແລະ ສະເພາະຢູ່ເມືອງ ນາແລມີຫລາຍກວ່າ 580 ກະບອກ. ນອກນີ້, ຍັງມີລູກ ປືນລູກຫວ່ານອີກ 16 ກິໂລ. ສ່ວນສິນຄ້າຕ້ອງຫ້າມປະ ກອບມີ: ເຄື່ອງຊ໋ອດປາ 32 ໜ່ວຍ, ຈັກສະຕິນ 6 ເຄື່ອງ, ມາດ 32 ກິໂລ, ຂີ້ເຈຍ 43 ກິໂລ, ດອກແກັບ 8 ກັບ, ຢາປວດຫາຍ 32 ກັບ, ແກ່ນ ໝາກຢາຝິ່ນ 9 ກິໂລ ແລະ ຕາປະທັບທີ່ບໍ່ສາມາດໃຊ້ ການໄດ້ 59 ອັນ, ເຊິ່ງໄດ້ຈູດ ທຳລາຍຖິ້ມ ເພື່ອຮັບປະກັນ ໃຫ້ການປົກປັກຮັກສາອະ ນຸລັກສັດນ້ຳ-ສັດປ່າຊີວະ ນາໆພັນ ແລະ ທັງເປັນ ການສະກັດກັ້ນປາກົດການ ຫຍໍ້ທໍ້ຕ່າງໆໃຫ້ໝົດໄປ./.

+ ເມືອງວຽງທອງທຳລາຍອາວຸດລ່າສັດ, ຈັກສະຕິ່ນ ແລະ ເຄື່ອງມືຫາປາທີ່ຜິດກົດໝາຍຈຳນວນຫລາຍ
+ ລິຄຳໄຊທຳລາຍອາວຸດຜິດກົດໝາຍຈຳນວນຫລາຍ

