ທ່ານ ຟູມິໂອະ ຄິຊິດະ ຮັບຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນ ຢ່າງເປັນທາງການ ສືບຕໍ່ວຽກຟື້ນຟູເສດຖະກິດ ກອບກູ້ຄວາມນິຍົມໃນພັກ LDP

ທ່ານ ຟູມິໂອະ ຄິຊິດະ ອະດີດລັດຖະມົນຕີຕ່າງປະເທດຂອງຍີ່ປຸ່ນ ອາຍຸ 64 ປີ ເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີຂອງຍີ່ປຸ່ນຢ່າງເປັນທາງການ ຫລັງຄວ້າໄຊເລືອກຕັ້ງຫົວໜ້າພັກລິເບີຣັລເດ ໂມແຄຣດ (LDP) ໃນອາທິດຜ່ານມາ ພາຍຫລັງທ່ານ ໂຢຊິຮິເດະ ຊູງະ ລາອອກຈາກຕຳແໜ່ງ ເຊິ່ງວຽກທ້າທາຍທີ່ລໍຖ້າຢູ່ທາງໜ້າຕໍ່ຈາກນີ້ຄື ການຟື້ນຟູເສດຖະກິດຫລັງພະຍາດລະບາດໂຄວິດ ແລະ ການຮັບມືໄພຄຸກຄາມຈາກ ສປປ ເກົາຫລີ.
ທັງນີ້, ຄາດວ່າຈະມີການປະກາດລາຍຊື່ຄະນະລັດຖະບານຊຸດໃໝ່ພາຍໃຕ້ທ່ານ ຄິຊິດະ ໃນມື້ນີ້ ໂດຍທ່ານ ຄິຊິດະ ມີເວລາຈົນຮອດເດືອນພະຈິກ ກ່ອນຈະນຳພາພັກ LDP ລົງສູ້ເສິກເລືອກຕັ້ງທົ່ວໄປ. ສື່ທ້ອງຖິ່ນລະບຸວ່າ: ທ່ານ ຄິຊິດະ ອາດປະກາດຍຸບສະພາເພື່ອຈັດການເລືອກຕັ້ງໃໝ່ພາຍໃນວັນທີ 31 ຕຸລາ ໂດຍທ່ານ ຄິຊິດະ ຈຳເປັນຕ້ອງກອບກູ້ຄວາມນິຍົມໃນຕົວພັກ ຫລັງຫລຸດລົງຈາກການຕັດສິນໃຈເດີນໜ້າເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກທີ່ນະຄອນຫລວງໂຕກຽວໃນໄລຍະຜ່ານມາ ທ່າມກາງການລະບາດຮອບໃໝ່ຂອງໂຄວິດ.
ກ່ອນໜ້ານີ້ ທ່ານ ຊູງະ ຕັດສິນໃຈກ້າວລົງຈາກຕຳແໜ່ງນາຍົກລັດຖະມົນຕີ ແລະ ຜູ້ນຳພັກ LDP ຫລັງຢູ່ໃນຕຳແໜ່ງພຽງ 1 ປີ ເນື່ອງຈາກຄະແນນນິຍົມທ່ານຫລຸດລົງຈາກບັນຫາການຮັບມືພະຍາດລະບາດ.
ທ່ານ ຄິຊິດະ ກ່າວຕໍ່ນັກຂ່າວວ່າ: “ຂ້າພະເຈົ້າຕ້ອງການຮັບມືຄວາມທ້າທາຍຕ່າງໆ ດ້ວຍເຈດຈຳນົງອັນເຂັ້ມແຂງ ແລະ ແນ່ວແນ່ ເພື່ອຜະເຊີນກັບອະນາຄົດ”.
ທ່ານ ຄິຊິດະ ເກີດເມື່ອວັນທີ 29 ກໍລະກົດ 1957 ໂດຍມີບຸຄົນໃນຄອບຄົວທີ່ເຄີຍເຮັດໜ້າທີ່ສະມາຊິກສະພາຜູ້ແທນລາຊະດອນມາກ່ອນເຖິງ 2 ຄົນ, ທ່ານເຄີຍສຶກສາຢູ່ໂຮງຮຽນປະຖົມໃນນະຄອນນິວຢອກ ເນື່ອງຈາກໃນເວລານັ້ນພໍ່ຂອງທ່ານຖືກສົ່ງໄປເຮັດວຽກຢູ່ບ່ອນນັ້ນ ແລະ ຈົບການສຶກສາຈາກຄະນະນິຕິສາດ ມະຫາວິທະຍາໄລວາເຊດະ ເມື່ອປີ 1982.
ຕໍ່ມາໃນປີ 1993 ທ່ານ ຄິຊິດະ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາຜູ້ແທນລາຊະດອນຄັ້ງທຳອິດ ແລະ ປີ 2007 ໄດ້ຮັບຕຳແໜ່ງລັດຖະມົນຕີໃນລັດຖະບານສະໄໝທຳອິດຂອງອະດີດນາຍົກລັດຖະມົນຕີ ຊິນໂຊະ ອາເບະ ດ້ວຍອາຍຸ 50 ປີ ທ່ານຈຶ່ງຖືເປັນສະມາຊິກທີ່ມີອາຍຸໜ້ອຍທີ່ສຸດໃນຄະນະລັດຖະບານໃນເວລານັ້ນ ແລະ ທະຍອຍຮັບຜິດຊອບວຽກດ້ານຕ່າງໆເລື້ອຍມາຈົນເຖິງລັດຖະບານຂອງທ່ານ ຢາສຸໂອະ ຟຸກຸດະ ເຊັ່ນ: ກິດຈະການໂອກິນາວາ, ນະໂຍບາຍດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ນະໂຍບາຍຄຸນນະພາບຊີວິດ ແລະ ກິດຈະການຜູ້ບໍລິໂພກ.
ຈາກນັ້ນໃນປີ 2012-2017 ທ່ານ ຄິຊິດະ ໄດ້ມາດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງຕ່າງປະເທດພາຍໃຕ້ລັດຖະບານສະໄໝຕໍ່ມາຂອງທ່ານ ອາເບະ ເຊິ່ງໃນຄັ້ງນັ້ນທ່ານມີສ່ວນສຳຄັນໃນການປະສານງານການເດີນທາງຢ້ຽມຢາມເມືອງຮິໂຣຊິມະຂອງທ່ານ ບາຣັກ ໂອບາມາ ປະທານາທິບໍດີອາເມລິກາໃນເວລານັ້ນ.
ອ້າງອີງ:

