ອິນໂດເນເຊຍປະຈານຄົນຝ່າຝືນ ຮັກສາໄລຍະຫ່າງທາງສັງຄົມ

ທາງການອິນໂດເນເຊຍໃຊ້ວິທີປະຈານຜູ້ບໍ່ໃສ່ຜ້າອັດປາກ-ດັງ ແລະ ຝ່າຝືນມາດຕະການຮັກສາໄລຍະຫ່າງທາງສັງຄົມ ເພື່ອຄວບຄຸມພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19.
ທະຫານອິນໂດເນເຊຍ 340.000 ຄົນ ກະຈາຍກຳລັງຕາມເມືອງຕ່າງໆ ກວດກາການໃຊ້ມາດຕະການຮັກສາໄລຍະຫ່າງທາງສັງຄົມ, ຂະນະທີ່ບາງແຂວງໃຊ້ການປຸກລະດົມທີ່ແຕກຕ່າງກັນໄປ ສ່ວນຫລາຍໃຊ້ການປະຈານໃຫ້ອາຍ. ຕຳຫລວດແຂວງເບັງກູລູ ທາງຕາເວັນຕົກຂອງປະເທດສົ່ງກຳລັງອອກວດກາຜູ້ຝ່າຝືນ ຖ້າພົບວ່າບໍ່ໃສ່ຜ້າອັດປາກ-ດັງ ຫລື ບໍ່ຮັກສາໄລຍະຫ່າງທາງສັງຄົມຈະບັງຄັບໃຫ້ແຂວນປ້າຍປະກາດວ່າຈະປະຕິບັດຕາມໃນເທື່ອໜ້າ, ພ້ອມຖ່າຍຮູບແລ້ວໂພສລົງໃນສື່ອອນລາຍ ເພື່ອປະຈານໃຫ້ອາຍ. ເຈົ້າໜ້າທີ່ເປີດເຜີຍວ່າ: ມີບາງຄົນຍັງບໍ່ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມ ລະບຽບ ທັງທີ່ເປັນເລື່ອງສຳຄັນຕໍ່ຕົນເອງ ແລະ ຄົນໃນຄອບຄົວ. ຊາວປະມົງຄົນໜຶ່ງຖືກລົງໂທດຫລັງຂຶ້ນ ຝັ່ງເພາະບໍ່ໃສ່ຜ້າອັດປາກ-ດັງຂະນະຂີ່ເຮືອຫາປາຕາມລຳພັງບອກວ່າ: ເປັນເລື່ອງຕາຫລົກທີ່ຈະໃສ່ຜ້າອັດ ປາກ-ດັງກາງທະເລ ແລະ ບໍ່ມີລະບຽບທີ່ວ່າອີກ ຖ້າມີຈະປະຕິບັດຕາມແນ່ນອນ.
ສ່ວນຢູ່ນະຄອນຫລວງຈາກາຕາປະກາດລະບຽບໃໝ່ວ່າ: ຜູ້ຝ່າຝືນມາດຕະການຮັກສາໄລຍະຫ່າງທາງສັງຄົມຈະຖືກບັງຄັບເຮັດວຽກບໍລິການສາທາລະນະເຊັ່ນ: ລ້າງຫ້ອງນ້ຳ ແລະ ຕ້ອງໃສ່ເສື້ອກັກໃສ່ປ້າຍວ່າເປັນຜູ້ຝ່າຝືນລະບຽບນຳອີກ. ຂະນະທີ່ແຂວງອາເຈະ ຢູ່ເກາະສຸມາດຕາ ທີ່ເຄັ່ງຂັດສາສະໜາ ຜູ້ຝ່າຝືນລະບຽບຈະຖືກບັງຄັບໃຫ້ທ່ອງບົດສູດໃນຄຳພີອັລກຸຣອ່ານ. ສ່ວນຢູ່ສະຣາເກນ ເກາະຊະວາ ທາງການໄດ້ເອົາຜູ້ຝ່າຝືນໄປຂັງໄວ້ໃນເຮືອນຮ້າງທີ່ເຊື່ອວ່າມີຜີ. ອິນໂດເນເຊຍມີຜູ້ຕິດເຊື້ອໂຄວິດ-19 ປະມານ 24.000 ຄົນ, ເສຍຊີວິດ 1.496 ຄົນ.

