ແຂວງ ໄຊຍະບູລີ ປັບປຸງເດີ່ນກິລາເປຕັງເປັນສູນກັກກັນຮອງຮັບແຮງງານລາວ ມູນຄ່າ 300 ລ້ານກີບ

ວັນທີ 6 ກັນຍາ 2021 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະສະເພາະກິດ ຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໃຫ້ຮູ້ວ່າ: ແຂວງໄຊຍະບູລີໄດ້ກະກຽມອາຄານສະຖານທີ່ກັກກັນແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານໃຫ້ມີຄວາມພຽງພໍ ຈຶ່ງຈໍາເປັນຕ້ອງສ້າງສູນກັກັນແຫ່ງໃໝ່, ໂດຍໄດ້ປັບປຸງເດິ່ນກິລາ ເປຕັ່ງໃນຮົມ ເພື່ອເປັນບ່ອນກັກກັນ.
ການກໍ່ສ້າງສູນກັກກັນແຫ່ງໃໝ່, ໂດຍໄດ້ເຖພື້ນດ້ວຍເບຕົງ, ຂັ້ນຫ້ອງລວມທັງໝົດມີ 18 ຫ້ອງນອນ, ແຕ່ລະຫ້ອງນອນບັນຈຸໄດ້ 10 ຄົນ, ການກໍ່ສ້າງສໍາເລັດແລ້ວ 80%, ສ້າງຫ້ອງນໍ້າ 10 ຫ້ອງ ສາມາດປະຕິບັດໄດ້ສໍາເລັດແລ້ວ 40% ການກໍ່ສ້າງຄັ້ງນີ້ໃຊ້ງົບປະມານທັງໝົດ 300 ລ້ານກວ່າກີບ, ຄາດວ່າການກໍ່ສ້າງຈະສໍາເລັດ ແລະ ຍ້າຍແຮງງານເຂົ້າມາຢູ່ໃນທ້າຍເດືອນ ກັນຍານີ້.

