ຕະຫລາດສາມັກຄີໄຊໄດ້ຮັບຮອງເປັນຕະຫລາດມາດຕະຖານ ແຫ່ງທຳອິດຂອງນະຄອນໄກສອນ ພົມວິຫານ

ພິທີຮັບຮອງເອົາຕະຫລາດສາມັກຄີໄຊເປັນຕະຫລາດມາດຕະຖານແຫ່ງທຳອິດຂອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີຂຶ້ນໃນວັນທີ 30 ກັນຍາຜ່ານມານີ້ ທີ່ຫ້ອງການຈັດສັນຕະຫລາດດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ໂພສີສອຍ ກຸທິລາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ຄຳສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນ, ທ່ານ ນາງ ຄອນຄຳ ອິນສີຊຽງໃໝ່ ຜູ້ອຳນວຍການຕະຫລາດສາມັກຄີໄຊ, ມີພະແນກການອ້ອມຂ້າງແຂວງ-ນະຄອນ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລວມ ຕາງໜ້າໃຫ້ເຈົ້າຂອງຕະຫລາດສາມັກຄີໄຊ ໄດ້ລາຍງານໃຫ້ຮູ້ວ່າ: ຕະຫລາດສາມັກຄີໄຊຕັ້ງຢູ່ບ້ານດົງດວນ ເປັນຕະຫລາດປະເພດກາງ ສ້າງຕັ້ງຂຶ້ນໃນປີ 1998 ມີມູນຄ່າການກໍ່ສ້າງທັງໝົດ 3,19 ຕື້ກວ່າກີບ, ປະກອບມີອາຄານໃຫຍ່ 1 ຫລັງ ພາຍໃນຕະຫລາດມີຫ້າງຮ້ານຂະໜາດ 3×3 ແມັດ 120 ຮ້ານ ໃນນີ້ໄດ້ຂຶ້ນທະບຽນວິສາຫະກິດ 72 ຫົວໜ່ວຍ, ມີໂຕະວາງຂາຍສິນຄ້າຂະໜາດ 1×1,5 ແມັດ ຈຳນວນ 300 ໜ່ວຍ ແລະ ໄດ້ແບ່ງເຂດບໍລິການຕ່າງໆຄື: ໝວດຂາຍເຄື່ອງນຸ່ງຫົ່ມ, ເກີບ, ກະເປົາ, ໂທລະສັບ, ເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ຄົວເຮືອນມີ 23 ຮ້ານ, ຂາຍເຄື່ອງຍ່ອຍທົ່ວໄປມີ 70 ຮ້ານ, ຂາຍຜັກຊະນິດຕ່າງໆມີ 100 ຮ້ານ, ຂາຍຊີ້ນ ແລະ ຜະລິດຕະພັນສັດມີ 20 ຮ້ານ, ຂາຍປາ ແລະ ເປັດ, ໄກ່ມີ 10 ຮ້ານ ແລະ ໝວດຂາຍໝາກໄມ້ທົ່ວໄປ 70 ຮ້ານ. ນອກນັ້ນ ຍັງມີສະຖານທີ່ບ່ອນຈອດລົດໃຫຍ່ 1 ບ່ອນ ສາມາດຈອດໄດ້ 100 ຄັນ, ບ່ອນຈອດລົດຈັກ-ລົດຖີບ 2 ບ່ອນ ຮອງຮັບໄດ້ 500 ຄັນ, ສາງເກັບມ້ຽນສິນຄ້າ ແລະ ເຄື່ອງໃຊ້ຕ່າງໆບັນຈຸໄດ້ປະມານ 100 ໂຕນ. ໄລຍະຜ່ານມາ ໂດຍໄດ້ຮັບການແນະນຳຈາກພາກສ່ວນກ່ຽວຂ້ອງ ເປັນຕົ້ນວິຊາການຈາກຫ້ອງການອຸດສາຫະກຳ ແລະ ການຄ້ານະຄອນ ກໍຄືຄະນະກຳມະການຄຸ້ມຄອງ ແລະ ຈັດສັນຕະຫລາດ ທີ່ໄດ້ລົງມາຕິດຕາມຊຸກຍູ້ໃຫ້ມີການປັບປຸງແກ້ໄຂ ຕາມລະບຽບການຕ່າງໆທີ່ກ່ຽວຂ້ອງ ເຮັດໃຫ້ພາຍໃນຕະຫລາດມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບ ງາມ ແລະ ມີຈຸດບໍລິການວັດແທກ-ຊັ່ງຜອງສິນຄ້າທີ່ໄດ້ຕິດຕັ້ງຊີງກາງຈຳນວນ 4 ຈຸດ. ພ້ອມນີ້ກໍມີຈຸດກວດກາຄຸນນະພາບອາຫານ, ສິນຄ້າ, ສຸຂະອະນາໄມພືດ ແລະ ສັດ ແລະ ມີລະບົບປ້ອງກັນອັກຄີໄພຄົບຊຸດ.

