ຕາມຂ່າວຈາກ ນະຄອນຫລວງ ແບັກແລ້ງ ລາຍງານໃນວັນທີ 26 ສິງຫາ 2021 ວ່າ: ທ່ານ ນາງ ອັງເກລາ ແມຣເຄີລ (Angela Merkel) ນາຍົກ ລັດຖະມົນຕີ ເຢຍລະມັນ ກຽມລາອອກຈາກຕຳແໜ່ງໃນອາຍຸ 67 ປີ, ເຊິ່ງໄດ້ຮັບການຂະໜານນາມວ່າເປັນຜູ້ນຳແຫ່ງໂລກເສລີ ຫລັງຈາກສ້າງປະຫວັດສາດດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ມາຍາວນານທີ່ສຸດເຖິງ 16 ປີ, ນັບແຕ່ ເດືອນພະຈິກ 2005 ເປັນຕົ້ນມາ ທີ່ຊະນະການເລືອກຕັ້ງ 4 ສະໄໝ ຕິດຕໍ່ກັນ ແລະ ສາມາດຊະນະ ສະໄໝທີ 5 ໄດ້ຢ່າງໂປ່ງໃສເມື່ອລົງເລືອກຕັ້ງທົ່ວໄປ.
ໃນວັນທີ 26 ກັນຍາ 2018 ທ່ານ ນາງ ອັງເກລາ ແມຣເຄີລ ປະກາດວ່າ: ຈະລົງຈາກຕຳແໜ່ງ ຫົວໜ້າພັກ ຊີດີຢູ (CDU) ໃນກອງປະຊຸມໃຫຍ່ ຂອງພັກໃນທ້າຍປີນີ້ ແລະ ຈະບໍ່ລົງເລືອກຕັ້ງ ນາຍົກລັດຖະມົນຕີ ເຢຍລະມັນ ໃນປີ 2021.