ນາຍົກ ຊີ້ແຈງ ຕໍ່ຄຳເຫັນຂອງ ສສຊ ກ່ຽວກັບ 2 ວາລະແຫ່ງຊາດ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງ ຕໍ່ຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບວຽກງານຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນ 3 ປະເດັນຫຼັກທີ່ ສສຊ ໃຫ້ຄວາມສົນໃຈ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 6 ສິງຫາ 2021, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ຄວາມກະຈ່າງແຈ້ງ ໃນ 3 ຈຸດໃຫຍ່ຄື:

  1. ກ່ຽວກັບເນື້ອໃນຂອງຮ່າງວາລະແຫ່ງຊາດ ທັງ 2 ສະບັບ ທີ່ ສສຊ ສະເໜີໃຫ້ລະບຸແຈ້ງຕື່ມກ່ຽວກັບວຽກຈຸດສຸມຮີບດ່ວນຕົ້ນຕໍແທ້ໆ ໃຫ້ຕ່າງກັບແຜນພັດທະນາເສດຖະກິດ-ສັງຄົມປົກກະຕິ ຊຶ່ງລັດຖະບານກໍຈະໄດ້ຮັບເອົາໄປປັບປຸງ ເພື່ອໃຫ້ຈະແຈ້ງຂຶ້ນຕື່ມເທົ່າທີ່ຈະເຮັດໄດ້ ຊຶ່ງຫຼາຍອັນແມ່ນຈະອອກຢູ່ໃນແຜນປະຕິບັດຕົວຈິງ ຂອງໃນແຕ່ລະໄລຍະຕື່ມອີກ. ໂດຍການປັບປຸງນີ້ແມ່ນມີສອງສ່ວນຄື ສ່ວນທີ່ໜຶ່ງແມ່ນຈະປັບປຸງເນື້ອໃນຂອງຮ່າງວາລະແຫ່ງຊາດທັງ 2 ສະບັບ ແລະ ສ່ວນທີສອງແມ່ນແຜນປະຕິບັດງານຂອງ 2 ວາລະແຫ່ງຊາດ.
  2. ກ່ຽວກັບໄລຍະເວລາການຈັດຕັ້ງປະຕິບັດ ວາລະແຫ່ງຊາດທັງ 2 ສະບັບແມ່ນສັ້ນ ຊຶ່ງ ສສຊ ໄດ້ມີຄຳເຫັນວ່າການຈັດຕັ້ງປະຕິບັດວາລະແຫ່ງຊາດ ທັງ 2 ສະບັບ ອາດຈະບໍ່ບັນລຸເປົ້າໝາຍ. ຕໍ່ຄຳເຫັນດັ່ງກ່າວ, ທ່ານ ນາຍົກກໍໄດ້ນຳເອົາເນື້ອໃນຈິດໃຈຂອງລັດຖະບານທີ່ວ່າ: ລັດຖະບານຢາກສູ້ຊົນໃຫ້ມີການປ່ຽນແປງແຕ່ຫົວທີ ຢູ່ໃນໄລຍະເກືອບ 2 ປີເຄິ່ງນີ້ (ແຕ່ນີ້ຮອດປີ 2023) ເພື່ອເຮັດໃຫ້ມີການຫັນປ່ຽນໄປໃນທາງທີ່ດີ ຊຶ່ງເປັນອັນຕົ້ນຕໍ ເພື່ອໃຫ້ເຫັນຜົນໃນໄລຍະນີ້.
  3. ກ່ຽວກັບກົນໄກບັນຊາການຈັດຕັ້ງປະຕິບັດວາລະແຫ່ງຊາດທັງ 2 ສະບັບນັ້ນ ຊຶ່ງ ສສຊ ກໍໄດ້ມີຄຳເຫັນດ້ວຍຄວາມເປັນຫ່ວງ ກ່ຽວກັບຄວາມສາມາດໃນການຊີ້ນໍາ, ນຳພາ ການຈັດຕັ້ງປະຕິບັດ ເພື່ອຮັບປະກັນຕາມແຜນການທີ່ກໍານົດໄວ້ ລວມທັງການກຳນົດນະໂຍບາຍ, ກົນໄກ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ທີ່ຈະປະຕິບັດໜ້າທີ່ດັ່ງກ່າວ ໃຫ້ເກີດໝາກເກີດຜົນຕົວຈິງ.

ຕໍ່ຄຳເຫັນດັ່ງກ່າວນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຊີ້ແຈງວ່າ: ອັນສໍາຄັນທີ່ສຸດ ຢູ່ໃນກົນໄກບັນຊາການຈັດຕັ້ງປະຕິບັດ ຊຶ່ງນອກຈາກຫຼັກການນໍາພາຂອງພັກ ແລະ ຄຸ້ມຄອງລັດດ້ວຍກົດໝາຍແລ້ວ, ລັດຖະບານຈະຢຶດໝັ້ນຕາມ 3 ຫຼັກການສະເພາະທີ່ກຳນົດໃນວາລະແຫ່ງຊາດ ຊຶ່ງແມ່ນອັນສຳຄັນຫຼາຍຄື: ຫຼັກການເດັດຂາດເຂັ້ມງວດຕາມມະຕິ, ກົດໝາຍ, ຕາມການຊີ້ນໍາບັນຊາ ຊຶ່ງຜູ້ໃດຖືກພາລະໜ້າທີ່ໃດນັ້ນ ກໍຕ້ອງເຮັດ ຖ້າບໍ່ເຮັດແມ່ນຜູ້ນັ້ນຕ້ອງຮັບຜິດຊອບ, ໃຜເຮັດຜິດກໍຕ້ອງຮັບຜິດຊອບ; ຫຼັກການໂປ່ງໃສ ແມ່ນໃຫ້ທຸກຄົນກວດສອບໄດ້ ໂດຍສະເພາະປະຊາຊົນກໍສາມາດຕິດຕາມ-ກວດກາຄວາມຄືບໜ້າ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະ ຕິບັດວາລະແຫ່ງຊາດໄດ້ ຊຶ່ງລັດຖະບານ ຈະມີຄວາມໂປ່ງໃສສັດຊື່ ຕາມພາລະໜ້າທີ່ຂອງຕົນ; ຫຼັກການມືອາຊີບ ທີ່ຈິງແມ່ນຫຼັກວິຊາການ ເພາະການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ແມ່ນມີຄວາມລະອຽດອ່ອນທີ່ສຸດ ຊຶ່ງຕ້ອງມີນັກວິຊາການເປັນຜູ້ຊ່ວຍ ໃນການສະເໜີຄໍາຄິດຄຳເຫັນທີ່ສ້າງສັນ ໃນດ້ານຫຼັກວິຊາການ. ນີ້ແມ່ນກົນໄກລະດົມມັນສະໝອງ ເພື່ອກໍານົດນະໂຍບາຍ, ມາດຕະການ, ວິທີການຈັດຕັ້ງປະຕິບັດ ເພື່ອໃຫ້ມີວິທະຍາ ສາດ, ບໍ່ອັດຕະວິໄສ, ບໍ່ໃນຕົວ.

ນອກຈາກນີ້, ລັດຖະບານ ຍັງຈະເລັ່ງປັບປຸງນະໂຍບາຍ, ກົນໄກ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ເພື່ອຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ. ພ້ອມນີ້, ກໍຈະມີວິທີໃນການເຮັດໃຫ້ຄັງສະສົມແຫ່ງຊາດເພີ່ມຂຶ້ນ ໂດຍເອົາມາຈາກພາສີອາກອນຂອງການຜະລິດ, ທຸລະກິດ (ນັບທັັງທຸ ລະກິດຂອງລັດ, ວິສາຫະກິດຂອງລັດ ແລະ ເອກະຊົນທັງໝົດ) ລວມທັງການສ້າງຖານການຜະລິດໃໝ່ ແລະ ການຄ້າ. ສ່ວນການຄຸ້ມຄອງເກັບລາຍຮັບນັ້ນ, ລັດໄດ້ຕັ້ງເປົ້າໃຫ້ການຫັນເປັນທັນສະໄໝ ໃຫ້ປາກົດຜົນເປັນຈິງ ເພື່ອຈະສາມາດອັດການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ. ນອກນີ້, ການປະຫຍັດ ກໍແມ່ນວິທີການໜຶ່ງທີ່ເຮັດໃຫ້ຄັງສະສົມເພີ່ມຂຶ້ນ ຊຶ່ງໃນເບື້ອງຕົ້ນທີ່ຈະປະຕິບັດ ອັນດັບໜຶ່ງແມ່ນ ດຳລັດວ່າດ້ວຍລົດຂອງລັດ ຊຶ່ງຈະໄດ້ມີການດັດສົມ ຈາກພາກສ່ວນນີ້ໄປໃຫ້ພາກສ່ວນອື່ນ ຕາມຕົວເລກທີ່ກໍານົດໄວ້ໃນດໍາລັດດັ່ງກ່າວ, ພ້ອມທັງ ບໍ່ໃຫ້ຜູ້ມີລົດປະຈຳຕໍາແໜ່ງ ເມື່ອອອກບໍານານແລ້ວ ບໍ່ໃຫ້ເອົາລົດໄປນຳ ແຕ່ຖ້າຈະເອົາລົດໄປນຳ ແມ່ນໃຫ້ມີການຊໍາລະສະສາງຖືກຕ້ອງຕາມລະບຽບກົດໝາຍ. ລຳລັດລົດປະຈຳຕຳແໜ່ງຈະເລີ່ມປະຕິບັດເມື່ອສິ້ນສຸດກອງປະຊຸມສະພາ ໃຜມີຫລາຍຄັນໃຫ້ຮີບສົ່ງ ໃຜລັກເອົາໃວ້ ຫລື ຊື້ຜິດ ຈະຖືກປະຕິບັດວິໄນເທົ່ານັ້ນ.