ນາຍົກລັດຖະມົນຕີພ້ອມດ້ວຍພັນລະຍາ ເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ແຫ່ງ ຍີ່ປຸ່ນ

ວັນທີ 21 ມັງກອນ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອົງມົງກຸດ ຣາຊະກຸມມານ ອະກິຊິໂນະ ແຫ່ງປະເທດຍີ່ປຸ່ນ ແລະ ພະຊາຍາ ທີ່ ພະຣາຊະວັງ Akasaka ໃນໂອກາດເດີນທາງໄປຢ້ຽມຢາມເຮັດວຽກທາງການ ທີ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20-23 ມັງກອນ 2025.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດເຂົ້າຢ້ຽມຂໍ່ານັບ ສົມເດັດ ແລະ ພະຊາຍາ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມໝາຍໝັ້ນ ໃນການສືບຕໍ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືອັນດີງາມ ຕະຫລອດໄລຍະ 7 ທົດສະວັດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍຄືການ ຍົກລະດັບການພົວພັນຮ່ວມມືຂຶ້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ລວງກວ້າງ ຢ່າງບໍ່ຢຸດຢັ້ງ.
ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ປະຊາຊົນສອງຊາດມີຄວາມໃກ້ຊິດ, ສະນິດສະໜົມ ແລະ ຮັກແພງກັນຢ່າງສະນິດແໜ້ນ ເຊິ່ງໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າທັງສາຍລັດ ສາຍພັກ ແລະ ສາຍສະພາ ອັນໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລວມທັງການຮ່ວມມືກັນເພື່ອການພັດທະນາໃນຂົງເຂດ ແລະ ພາກພື້ນ, ພ້ອມນັ້ນ ກໍເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ໂດຍສະເພາະການເປີດສາຍການບິນໂດຍກົງ ນະຄອນຫລວງວຽງຈັນ – ໂຕກຽວ ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.
ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ເປັນແຕ່ລະໄລຍະ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ສາທາລະນະສຸກ ກະສິກໍາ-ປ່າໄມ້ ການພັດທະນາໂຄງລ່າງພື້ນຖານ ພິເສດແມ່ນການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024 ທີ່ຜ່ານມາ ເຊິ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ ຕາມລະດັບຄາດໝາຍ.
ໃນຂະນະດຽວກັນ ສົມເດັດ ອົງມົງກຸດ ຣາຊະກຸມມານ ອະກິຊິໂນະ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການ ເດີນທາງຢ້ຽມຢາມຍີ່ປຸ່ນຂອງ ພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ການຢ້ຽມ ຢາມເຮັດວຽກທາງການຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ ແລະ ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການ ຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ຍີ່ປຸ່ນ-ລາວ ຈະເລີນງອກງາມຍິ່ງໆຂຶ້ນ.

