ລັດຖະບານຖືເອົາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ເປັນວຽກງານຈຳເປັນ ຮີບດ່ວນ ແລະ ຍົກໃຫ້ເປັນວາລະແຫ່ງຊາດ, ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫລຸດ 4% ຕໍ່ປີ ໃນ 2 ປີຕໍ່ໜ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ XI ຄັ້ງວັນທີ 5 ສິງຫາ 2021 ນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ລັດຖະບານຖືເອົາການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ເປັນວຽກງານຈຳເປັນ ຮີບດ່ວນ ແລະ ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອດໍາເນີນການແກ້ໄຂໃຫ້ໄດ້ ໃນໄລຍະ 2021-2023, ເຊິ່ງຄາດໝາຍ ແມ່ນສຸມໃສ່ແກ້ໄຂວຽກງານບູລິມະສິດດ້ານເສດຖະກິດ-ການເງິນ ໂດຍເລີ່ມຈາກການສ້າງການຫັນປ່ຽນກົນໄກ, ນະໂຍບາຍ ແລະ ລະບຽບການຕ່າງໆ, ແກ້ໄຂຂໍ້ຄົງຄ້າງທີ່ເປັນສາຍໃຍ-ຊຳເຮື້ອ ແລະ ເປັນສາເຫດຂອງບັນຫາໃນໄລຍະ 2021-2023, ຈາກນັ້ນຈຶ່ງປະເມີນຜົນ ແລະ ກຳນົດທິດທາງແກ້ໄຂໃນໄລຍະ 2024-2025.
ສຳລັບຄາດໝາຍສູ້ຊົນດັ່ງກ່າວ ປະກອບມີ: ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫລຸດ 4% ຕໍ່ປີ ໃນ 2 ປີຕໍ່ໜ້າ, ຄຸ້ມຄອງເສດຖະກິດມະຫາພາກມີສະຖຽນລະພາບໂດຍໄວ ແລະ ມີປະສິດທິຜົນດີຂຶ້ນ, ພ້ອມທັງຫລຸດຜ່ອນການຂາດດຸນເສດຖະກິດ-ການເງິນ ໃຫ້ໄດ້ໂດຍພື້ນຖານໃນໄລຍະ 2 ປີຕໍ່ໜ້າ ເປັນຕົ້ນ ລະດັບການຂາດດຸນງົບປະມານບໍ່ເກີນ 5% ຂອງ GDP (ຄາດໝາຍສູງສຸດ), ຖານະການຊໍາລະປົກກະຕິກັບຕ່າງປະເທດເກີນດຸນໃນລະດັບສະເລ່ຍ 2% ຂອງ GDP ຕໍ່ປີ, ຖານະການຊຳລະລວມກັບຕ່າງປະ ເທດເກີນດຸນໃນແຕ່ລະປີ, ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບ ທຽບເງິນໂດລາຂອງທະນາຄານ ແລະ ຕະຫລາດແຄບເຂົ້າຢູ່ໃນລະດັບບໍ່ເກີນ 2% ໃນປີ 2023.
ຂະຫຍາຍຖານການຜະລິດພາຍໃນໂດຍສະເພາະການຜະລິດກະສິກຳ ແລະ ການປຸງແຕ່ງທີ່ເປັນທ່າແຮງເພື່ອທົດແທນການນຳເຂົ້າ ແລະ ຂະ ຫຍາຍຖານການສົ່ງອອກສິນຄ້າໃຫ້ຫລາຍຂຶ້ນ ໂດຍສະເພາະໃນຕະຫລາດສົ່ງອອກທີ່ໄດ້ເຈລະຈາ ແລະ ເຊັນສັນຍາແລ້ວ, ຫັນສັງຄົມໃຫ້ກາຍເປັນສັງຄົມການຜະລິດໃຫ້ເປັນຮູບປະທຳ ແລະ ມີຕົວແບບຫລາຍຂຶ້ນໃນ 2-3 ປີ ຕໍ່ໜ້າ.
ຮອດປີ 2023, ສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານງົບປະມານລັດ ໄດ້ໂດຍພື້ນຖານ ແລະ ເລີ່ມກ້າວໄປສູ່ການສ້າງຄວາມເຂັ້ມແຂງ, ຂະຫຍາຍຖານລາຍຮັບພາຍໃນໃຫ້ໄດ້ເກີນ 15% ຂອງ GDP, ຫລຸດລາຍຈ່າຍງົບປະມານທີ່ຟູມເຟືອຍ ແລະ ບໍ່ຈຳເປັນລົງເທື່ອລະກ້າວ, ຫຸດຜ່ອນການກູ້ຢືມໃໝ່ ເພື່ອດຸນດ່ຽງການຂາດດຸນງົບປະມານ, ປະຕິບັດນະໂຍບາຍປະຢັດຂອງພາກລັດໃຫ້ເປັນຮູບປະທໍາຫລາຍຂຶ້ນ.
ສູ້ຊົນຫລຸດຜ່ອນແກ້ໄຂພັນທະໜີ້ສິນສາທາລະນະທີ່ຈໍາເປັນ ໃນໄລຍະ 2 ປີຕໍ່ໜ້າ ແລະ ແກ້ໄຂໜີ້ສິນພາຍໃນຈຳນວນໜຶ່ງ ລວມທັງໜີ້ສິນລັດວິສາຫະກິດໃຫ້ໄດ້ໂດຍພື້ນຖານ.
ສ້າງຄວາມເຂັ້ມ ແຂງໃຫ້ລະບົບສະຖາບັນການເງິນ ແລະ ສົ່ງເສີມການເຂົ້າເຖິງການບໍລິການດ້ານການເງິນ ໃຫ້ມີປະສິດທິຜົນສູງຂຶ້ນ ໂດຍໃຫ້ລະດັບຄວາມພຽງພໍຂອງທຶນ-CAR ເພີ່ມຂຶ້ນຕໍ່ເນື່ອງ ແລະ ລະດັບຄວາມພຽງພໍຂອງທຶນຂອງທະນາຄານທຸລະກິດລັດ ໃຫ້ບັນລຸໄດ້ບໍ່ຫລຸດ 8% ໃນປີ 2023.
ອັດຕາສ່ວນຜົນຕອບແທນຕໍ່ທຶນ-ROE ໃຫ້ເພີ່ມຂຶ້ນທຸກປີ ຈາກລະດັບ 6,4% ໃນປີ 2020 ແລະ ອັດຕາສ່ວນຜົນຕອບແທນຕໍ່ຊັບສິນ-ROA ເພີ່ມຂຶ້ນທຸກປີ ຈາກລະດັບ 0,28% ໃນປີ 2020), ສາມາດສະໜອງການບໍລິການ ໃຫ້ແກ່ພາກການຜະລິດໄດ້ຢ່າງທົ່ວເຖິງ ແລະ ຖືກເປົ້າໝາຍຫລາຍຂຶ້ນ.
ສຳລັບການມີບັນຊີເງິນຝາກກັບສະຖາບັນການເງິນ ຂອງປະຊາກອນອາຍຸ 18 ປີຂຶ້ນໄປໃຫ້ໄດ້ບັນລຸໄດ້ 60% ຂອງປະຊາກອນທັງໝົດໃນປີ 2023 ຈາກລະດັບ 42% ໃນປີ 2020 ແລະ ລະດັບການເຂົ້າເຖິງສິນເຊື່ອຂອງວິສາຫະກິດ SME ຕໍ່ຈໍານວນວິສາຫະກິດ SME ທັງໝົດ ໃຫ້ເພີ່ມຂຶ້ນເປັນ 33% ໃນປີ 2023, ຈາກລະດັບ 23% ໃນປີ 2020 ແລະ ຍົກສູງປະສິດທິພາບໃນການຄຸ້ມຄອງລັດ ແລະ ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ແລະ ປັບປຸງບັນດາດັດຊະນີໝາຍ ກ່ຽວກັບລະດັບຄວາມເຊື່ອໝັ້ນຂອງສາກົນ ຕໍ່ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ.

