ປີ 2020 ນັກໂທດໄດ້ຮັບການໃຫ້ອະໄພຍະໂທດທັງໝົດ 1.791 ຄົນ

ໃນວັນທີ 10 ມີນາ 2021 ນີ້ ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕາງໜ້າຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ກ່າວຢູ່ໃນກອງປະຊຸມສະຫຼຸບວຽກງານອະໄພຍະໂທດທົ່ວປະເທດ ປະຈໍາປີ 2020 ວ່າ: ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດຕາມລັດຖະດຳລັດຂອງປະທານປະເທດ ປະຈໍາປີ 2020 ທັງໝົດມີ 1.791 ຄົນ, ຍິງ 280 ຄົນ, ຕ່າງປະເທດ 34 ຄົນ, ຍິງ 8 ຄົນ, ໃນນີ້ຕະຫຼອດຊີວິດ 28 ຄົນ, ຍິງ 5 ຄົນ.
ຈໍານວນນັກໂທດທີ່ໄດ້ເງື່ອນໄຂຫຼຸດຜ່ອນໂທດມີທັງໝົດ 1.761 ຄົນ, ຍິງ 277 ຄົນ. ນັກໂທດຄະດີຢາເສບຕິດ 1.676 ຄົນ ຍິງ 255 ຄົນ, ຕ່າງປະເທດ 26 ຄົນ, ຍິງ 8 ຄົນ. ນັກໂທດຄະດີທົ່ວໄປ 84 ຄົນ, ຍິງ 22 ຄົນ, ຕ່າງປະເທດ 8 ຄົນ. ນັກໂທດຄະດີກະທໍາຜິດຕໍ່ຄວາມສະຫງົບຂອງຊາດ 1 ຄົນ. ຈໍານວນນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວມີທັງໝົດ 30 ຄົນ, ຍິງ 3 ຄົນ.
ນັກໂທດຄະດີຢາເສບຕິດມີ 30 ຄົນ, ຍິງ 3 ຄົນ. ນອກນັ້ນກໍໄດ້ພິຈາລະນາຕົກລົງໃຫ້ອະໄພຍະໂທດປ່ອຍຕົວໃນໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຈໍານວນທັງໝົດ 970 ຄົນ, ຍິງ 135 ຄົນ, ຕ່າງປະເທດ 17 ຄົນ, ຍິງ 1 ຄົນ.

