6 ເດືອນຕົ້ນປີ ມີຜູ້ໄດ້ຮັບເຄາະຮ້າຍຈາກລະເບີດຕົກຄ້າງ 28 ຄົນ

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຈ້ງໃຫ້ຮູ້ໃນກອງປະຊຸມ ຄົບຄະນະພັກເປີດກວ້າງຄັ້ງທີ 1 ສະໄໝທີ VI ປະຈຳ 6 ເດືອນຕົ້ນປີ 2021 ຂອງກະຊວງ ຮສສ ເມື່ອອາທິດຜ່ານມານີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ ທົ່ວປະເທດມີອຸປະຕິເຫດຈາກລະເບີດບໍ່ທັນແຕກ (ລບຕ) ເກີດຂຶ້ນ 16 ຄັ້ງ, ມີຜູ້ໄດ້ຮັບເຄາະຮ້າຍ 28 ຄົນ. ໃນນີ້, ບາດເຈັບ 21 ຄົນ ແລະ ເສຍຊີວິດ 7 ຄົນ.

ໂດຍໄລຍະຜ່ານມາ ຄະນະພັກກະຊວງ ຮສສ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ຮສສ ຄັ້ງທີ II ແລະ III ສະໄໝທີ VI ແລະ ແຜນພັດທະນາວຽກງານ ຮສສ ປະຈຳປີ 2021 ດ້ວຍຄວາມຮັບຜິດຊອບສູງ, ໂດຍສະເພາະບັນດາຕົວເລກຄາດໝາຍ ແລະ ແຜນວຽກຈຸດສຸມ, ເຊິ່ງມີຜົນສຳເລັດຫລາຍດ້ານເປັນຕົ້ນວຽກງານເກັບກູ້ລະເບີດບໍ່ທັນແຕກ ໄດ້ເອົາໃຈໃສ່ຊີ້ນຳຄົ້ນຄ້ວາ ແລະ ທົບທວນຍຸດທະສາດແຫ່ງຊາດ ຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ວ່າດ້ວຍເສັ້ນທາງກ້າວສູ່ຄວາມປອດໄພ III; ຕິດຕາມ ແລະ ຊຸກຍູ້ໂຄສະນາຜົນຮ້າຍ ແລະ ທີ່ມາຂອງລະເບີດບໍ່ທັນແຕກ ຕາມກຸ່ມບ້ານເປົ້າໝາຍ ໄດ້ 204 ເທື່ອບ້ານ ເທົ່າກັບ 30,31% ຂອງ 673 ບ້ານຕາມແຜນການປີ; ຈັດຕັ້ງການສຳຫລວດບໍ່ແມ່ນວິຊາການ ເພື່ອຊອກຫາຈຸດຫລັກຖານລະເບີດບໍ່ທັນແຕກ ໄດ້ 89 ບ້ານ ເທົ່າກັບ 19,26% ຂອງ 462 ບ້ານ ຕາມແຜນການປີ ແລະ ສໍາຫລວດແບບວິຊາການ ເພື່ອກໍານົດພື້ນທີ່ບໍ່ທັນແຕກຕົກຄ້າງໄດ້ 6.929 ເຮັກຕາ ເທົ່າກັບ 13,85% ຂອງ 50.000 ເຮັກຕາ ຕາມແຜນການປີ, ກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດ ແລະ ເຂດຊຸມຊົນ, ເຂດຈຸດສຸມທຸລະກິດໄດ້ 1.328 ເຮັກຕາ ເທົ່າກັບ 20,86% ຂອງ 6.364 ເຮັກຕາ ຕາມແຜນການປີ, ພັດທະນາຊີວິດການເປັນຢູ່ຂອງຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກຕົກຄ້າງ ທີ່ຍັງມີຊີວິດໄດ້ 24 ຄົນ, ເທົ່າກັບ 0,41% ຂອງ 5.750 ຄົນ ແຜນການປີ. ໃນນີ້ ປິ່ນປົວດ້ານການແພດ 16 ຄົນ, ຟື້ນຟູສຸຂະພາບຈິດ 4 ຄົນ, ຟື້ນຟູໜ້າທີ່ການ 3 ຄົນ ແລະ ໂຄສະນາສິດທິຄົນພິການ 1 ຄົນ.

ສຳລັບທິດທາງແຜນການໃນ 6 ເດືອນທ້າຍປີ ແມ່ນໄດ້ສຸມໃສ່ວຽກງານເກັບກູ້ລະເບີດ, ໂດຍສືບຕໍ່ຊີ້ນຳຊຸກຍູ້ ແລະ ຕິດຕາມການເຄື່ອນໄຫວວຽກງານຫລຸດຜ່ອນຈຳນວນຜູ້ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກໃຫ້ຕໍ່າກວ່າ 12 ຄົນ ໂດຍໂຄສະນາຜົນຮ້າຍ ແລະ ທີ່ມາຂອງລະ ເບີດບໍ່ທັນແຕກຕາມກຸ່ມບ້ານເປົ້າໝາຍໃຫ້ໄດ້ 469 ເທື່ອບ້ານ ແລະ ຂະຫຍາຍການສິດສອນຫລັກສູດລະເບີດຕົກຄ້າງ ໃນສະຖາບັນການສຶກສາຕ່າງໆ ໃຫ້ໄດ້ 500 ແຫ່ງ; ຈັດຕັ້ງການສຳຫລວດບໍ່ແມ່ນວິຊາການ ເພື່ອຊອກຫາຈຸດຫລັກຖານລະເບີດບໍ່ທັນແຕກໃຫ້ໄດ້ 373 ບ້ານ ແລະ ສໍາຫລວດແບບວິຊາການ ເພື່ອກໍານົດພື້ນທີ່ ລບຕ ຕົກຄ້າງໃຫ້ໄດ້ 43.071 ເຮັກຕາ,ກວດກູ້ລະເບີດບໍ່ທັນແຕກ ອອກຈາກເນື້ອທີ່ທໍາການຜະລິດ ແລະ ເຂດຊຸມຊົນ, ເຂດຈຸດສຸມທຸລະກິດໃຫ້ໄດ້ 5.036 ເຮັກຕາ. ພ້ອມກັນນີ້, ພັດທະນາຊີວິດການເປັນຢູ່ຂອງຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນແຕກຕົກຄ້າງ ໃຫ້ໄດ້ 5.726 ຄົນ, ໃນນີ້ປິ່ນປົວດ້ານການແພດ 250 ຄົນ, ຟື້ນຟູສຸຂະພາບຈິດ 250 ຄົນ, ຟື້ນຟູໜ້າທີ່ການ 750 ຄົນ, ຝຶກອົບຮົມ, ປະກອບອາຊີບ 2.000 ຄົນ ແລະ ໂຄສະນາສິດທິຄົນພິການ 2.500 ຄົນ.