ນະຄອນຫລວງກຽມປັບປຸງໄຟເຍືອງທາງລ້ານຊ້າງ

ເມື່ອທ້າຍອາທິດຜ່ານມານີ້, ຢູ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບໂຄງການປັບປຸງລະບົບໄຟເຍືອງທາງໃນຖະໜົນລ້ານຊ້າງ, ເພື່ອຄວາມເປັນເອກະພາບໃນການຮັບຮອງແຜນໂຄງການ, ແຫລ່ງງົບປະມານ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ມີປະສິດທິຜົນ, ແນໃສ່ຜັນຂະຫຍາຍນະໂຍບາຍ 6ສ, ໂດຍສະເພາະ ສ.ສະຫວ່າງ ຂອງນະຄອນຫລວງວຽງຈັນບັນລຸເປົ້າໝາຍວາງໄວ້, ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ມີຄວາມເປັນລະບຽບຈົບງາມ, ໂດຍເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫລວງວຽງຈັນ ກ່າວວ່າ: ຖະໜົນລ້ານຊ້າງ, ເປັນເສັ້ນທາງສໍາຄັນທີ່ຕັ້ງຢູ່ໃຈກາງຕົວເມືອງແຕ່ທຳນຽບປະທານປະເທດ (ຫໍຄຳ) ຫາປະຕູໄຊ, ມີຄວາມຍາວ 999 ແມັດ, ລຽບຕາມ 2 ຝາກທາງປະກອບມີອາຄານສຳນັກງານຂອງພາກລັດ, ເອກະຊົນ, ທະນາຄານ, ສູນການຄ້າ, ໂຮງຮຽນ, ໂຮງແຮມ, ວັດ ແລະ ຫົວໜ່ວຍ ການບໍລິການອື່ນໆ. ສົກປີ 2014-2015 ຂະແໜງກ່ຽວຂ້ອງໄດ້ສຶກສາຄົ້ນຄວ້າການປັບປຸງລະບົບໄຟເຍືອງທາງດັ່ງກ່າວ, ລວມມີມູນຄ່າກວ່າ 5,53 ຕື້ກີບ, ໃນນີ້ມູນຄ່າການອອກແບບປັບປຸງ-ຕິດຕັ້ງລະບົບໄຟເຍືອງທາງ 3,2 ຕື້ກີບ ແລະ ມູນຄ່າເສົາໄຟ 2,51 ຕື້ກີບ ແລະ ມາຮອດປັດຈຸບັນໄດ້ຄົ້ນຄວ້າ ແລະ ສຶກສາໂຄງການດັ່ງກ່າວຄືນໃໝ່, ເຊິ່ງມີມູນຄ່າໂຄງການເພີ່ມຂຶ້ນກວ່າ 6,43 ຕື້ກີບ, ຍ້ອນລາຄາເສົາໄຟ ແລະ ອຸປະກອນຈຳນວນໜຶ່ງເພີ່ມຂຶ້ນ ແລະ ມີການເພີ່ມໜ້າວຽກຈໍານວນໜຶ່ງ ແລະ ຄາດວ່າຈະເລີ່ມລົງມືປະຕິບັດໃນມໍ່ໆນີ້.

