ອີຢູ ຖອດ ໄທ ແລະ ຣะວັນດາ ຊື່ອອກຈາກບັນດາປະເທດປອດໄພໂຄວິດ-19

ອີຢູ ຖອດປະເທດໄທ ແລະ ຣะວັນດາ ອອກຈາກລາຍຊື່ປະເທດທີ່ປອດໄພໂຄວິດ ເນື່ອງຈາກທັງສອງ ປະເທດ ຍັງມີຍອດຜູ້ຕິດເຊື້ອພາຍໃນປະເທດພຸ່ງສູງຂຶ້ນໃນແຕ່ລະວັນ.
ສຳນັກຂ່າວຣອຍເຕີລາຍງານວ່າ: ສະຫະພາບເອີຣົບ ຫຼື ອີຢູ ໄດ້ຖອດປະເທດໄທ ແລະ ປະເທດ ຣວັນດາ ອອກຈາກລາຍຊື່ປະເທດທີ່ປອດໄພໂຄວິດ-19 ເນື່ອງຈາກທັງສອງ ປະເທດ ຍັງມີຍອດຜູ້ຕິດເຊື້ອພາຍໃນປະເທດພຸ່ງສູງຂຶ້ນໃນແຕ່ລະວັນ.
ຊຶ່ງການກຳນົດເອົາບັນດາປະເທດທີ່ຈະຢູ່ໃນບັນຊີເປັນປະເທດປອດໄພໂຄວິດ ຕ້ອງເປັນປະເທດທີ່ໄດ້ຮັບການແນະນຳໃຫ້ຍົກເວັ້ນຂໍ້ຈຳກັດໃນການເດີນທາງໄປປະເທດນັ້ນໆ.

ຂະນະດຽວກັນໄດ້ມີການ ເພີ່ມລາຍຊື່ປະເທດ ຢູເຄຣນ ເຂົ້າໄປໃນບັນຊີ ເຮັດໃຫ້ຢູເຄຣນ ເປັນໜຶ່ງໃນ 23 ປະເທດທີ່ປອດໄພໃນການເດີນທາງ, ໃນຈຳນວນນີ້ມີປະເທດທີ່ສາມາດຄວບຄຸມການແພ່ລະບາດໄດ້ຢ່າງມີປະສິດທິພາບເຊັ່ນ: ການາດາ, ນິວຊີແລນ ແລະ ສິງກະໂປ, ລວມທັງຮົງກົງ ແລະ ມາເກົ້າ.

ການຕັດສິນໃຈຍົກເວັ້ນຂໍ້ຈໍາກັດໃນການເດີນທາງນັ້ນຂຶ້ນຢູ່ກັບປະເທດສະມາຊິກ ຊຶ່ງແຕ່ລະປະເທດຍັງສາມາດຮ້ອງຂໍຜົນກວດໂຄວິດ-19 ທີ່ເປັນຜົນລົບ ຫຼື ກັກຕົວຜູ້ເດີນທາງຈາກປະເທດທີ່ຢູ່ໃນລາຍຊື່ປະເທດທີ່ປອດໄພໄດ້ ໂດຍສະຫະພາບເອີຣົບໄດ້ແກ້ໄຂຂໍ້ມູນປັບປ່ຽນລາຍຊື່ປະເທດໃຫ້ສອດຄ່ອງກັບສະຖານະການການແພ່ລະບາດທີ່ເກີດຂຶ້ນໃນທົ່ວໂລກ.