ສະຫະລັດອາເມລິກາ ຄິດໜັກຕາຍມື້ໜຶ່ງ 100 ຄົນເປັນຄັ້ງທຳອິດ

    ສຳນັກຂ່າວ ຊີເອນເອນ ລາຍງານວ່າ: ໜ່ວຍງານສາທາລະນະສຸກໃນສະຫະລັດອາເມລິກາເປີດເຜີຍວ່າ: ມີຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ໃນແຄວ້ນລຸງແຊມມີ ຫລາຍກວ່າ 100 ຄົນໃນມື້ໜຶ່ງ ແລະ ເປັນຄັ້ງທຳອິດ, ເມື່ອວັນທີ 23 ມີນານີ້ ເຮັດໃຫ້ຍອດຜູ້ເສຍຊີວິດທົ່ວປະເທດເພີ່ມຂຶ້ນເປັນຢ່າງໜ້ອຍ 520 ຄົນແລ້ວ.

    ໃນຂະນະທີ່ສູນຂໍ້ມູນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລແພດ ຈອນ ຮັອບກິນ ລະບຸວ່າ: ຈຳນວນຜູ້ຕິດເຊື້ອໃນສະຫະລັດອາເມລິກາ ຫລ້າສຸດ 43.214 ຄົນ, ແຕ່ການລະບາດສ່ວນໃຫຍ່ແມ່ນຢູ່ໃນລັດນິວຢອກ ເຊິ່ງຫລ້າສຸດພົບຜູ້ຕິດເຊື້ອສູງເຖິງ 20.875 ຄົນ ຫລື ເກືອບເຄິ່ງໜຶ່ງຂອງຜູ້ຕິດເຊື້ອທົ່ວປະເທດ ແລະ ມີຜູ້ເສຍຊີວິດ 158 ຄົນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ