ຂະແໜງການເງິນສຸມໃສ່ 7 ໜ້າວຽກແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ ໃຫ້ແຜນພັດທະນາບັນລຸຜົນ

ອີງໃສ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ປາກົດການຫຍໍ້ທໍ້ອື່ນໆ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ຫຼາຍຂະແໜງການ ໂດຍສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ລັດຖະບານກໍ່ຄືກະຊວງ ການເງິນຈະສຸມໃສ່ 7 ແຜນງານຈຸດສຸມຂອງແຜນພັດທະນາຂະແໜງການເງິນ.

ຊຶ່ງອີງຕາມການລາຍງານຂອງສະຫາຍ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ຕໍ່ກອງປະຊຸມຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 3 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ ບັນດາມະຕິ, ແຜນພັດທະນາ ແລະ ແຜນງົບປະມານແຫ່ງລັດໃຫ້ສອດຄ່ອງກັບແຜນດຳເນີນງານຂອງລັດຖະບານຊຸດທີ IX ນັ້ນ, ກະຊວງການເງິນຕ້ອງໄດ້ສິນໃຈສູ້ຊົນ ແລະ ວາງຄາດໝາຍ, ລວມທັງແຜນວຽກ ຈຸດສຸມໃນຕໍ່ໜ້າ, ເພື່ອແກ້ໄຂບັນຫາຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນບໍ່ໃຫ້ຕົກເຂົ້າສູ່ວິກິດການ.

ກະຊວງການເງິນ,ໄດ້ວາງຄາດໝາຍ, ລວມທັງແຜນວຽກຈຸດສຸມ 7 ແຜນງານໃນເດືອນ 6 ເດືອນ ທ້າຍປີ 2021 ເປັນຕົ້ນ:

1. ການປັບປຸງນະໂຍບາຍການເງິນ.
2. ການສ້າງ ແລະ ປັບປຸງນິຕິກຳ ຂອງຂະແໜງການເງິນ.
3. ການປະຕິຮູບການຄຸ້ມຄອງລາຍຮັບ.
4. ການປະຕິຮູບການຄຸ້ມ ຄອງລາຍຈ່າຍ.
5. ການພັດທະນາຂະແໜງການເງິນເປັນທັນສະໄໝ.
6. ພັດທະນາການບັນຊີ ແລະ ການກວດກາ-ກວດການເງິນໃຫ້ໜັກແໜ້ນ.
7. ການຄຸ້ມຄອງ ແລະ ພັດທະນາການຈັດຕັ້ງ-ບຸກຄະລາກອນ.

ສະນັ້ນ, ເພື່ອເຮັດໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່າງໄວ້ບັນດາສະຫາຍຄະນະບໍລິຫານ ງານັພກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ແລະ ຄະນະໜ່ວຍພັກຂຶ້ນກັບຄະນະພັກຮາກຖານອ້ອມຂ້າງກະຊວງການເງິນ, ຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ພ້ອມກັນນໍາພາ, ຊີ້ນໍາວຽກງານໃນຂະແໜງການເງິນໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ.