ພື້ນຖານກະສິກໍາຢູ່ແຂວງຈໍາປາສັກໄດ້ຮັບຄວາມເສຍຫາຍໜັກໜ່ວງຈາກໄພນໍ້າຖ້ວມ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ໄພນໍ້າຖ້ວມຄັ້ງຮ້າຍແຮງນີ້ ສົ່ງຜົນເສຍຫາຍຢ່າງຫລວງຫລາຍແກ່ພື້ນຖານການຜະລິດກະສິກໍາຂອງແຂວງຄື: ມີເນື້ອທີ່ປູກເຂົ້ານາປີ 34.490 ກວ່າເຮັກຕາ ເທົ່າກັບ 32% ຂອງເນື້ອທີ່ປັກດໍາທົ່ວແຂວງ, ເນື້ອທີ່ປູກພືດຕ່າງໆກວ່າ 3.000 ເຮັກຕາ, ໜອງປາ 695 ໜອງມີປາປະມານ 7 ລ້ານກວ່າໂຕເສຍຫາຍ, ມີງົວ 19.000 ກວ່າໂຕ, ຄວາຍ 9.400 ກວ່າໂຕ, ແບ້ 2.280 ກວ່າໂຕ, ໝູ 2.000 ກວ່າໂຕ ແລະ ສັດປີກຫລາຍກວ່າ 1 ແສນໂຕ ໄດ້ຮັບຄວາມເສຍຫາຍ. ນອກນີ້, ຍັງມີລະບົບຊົນລະປະທານ, ຄອງເໝືອງເກືອບ 100 ຈຸດຖືກເປ່ເພ. ຕໍ່ສະພາບດັ່ງ

ກ່າວ, ທາງແຂວງໄດ້ແຕ່ງຕັ້ງຄະນະກໍາມະການລົງຊຸກຍູ້ການຜະລິດຂອງປະຊາຊົນ, ໂດຍໃຫ້ສືບຕໍ່ລະດົມຊາວກະສິກອນເອົາໃຈໃສ່ຮັກສາເນື້ອທີ່ການຜະລິດທີ່ລອດເຫລືອຈາກນໍ້າຖ້ວມ, ໂດຍສະເພາະເຂົ້າ ແລະ ພືດ ໃຫ້ສາມາດຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ໂດຍຫັນເອົາພະນັກງານວິຊາການລົງຊ່ວຍໃນແຕ່ລະເມືອງ, ສະໜອງອາຫານສັດ, ແນວພັນ, ຝຸ່ນ, ປຸ໋ຍ, ພ້ອມທັງຕິດຕາມສຸຂະພາບຂອງສັດໃຫ້ປອດໄພດ້ວຍການສັກຢາປ້ອງກັນພະຍາດຕ່າງໆ, ເລັ່ງປັບປຸງ, ສ້ອມແປງຊົນລະປະທານ, ຫົວງານ ແລະ ອານາໄມຄອງເໝືອງ ເພື່ອໃຫ້ສາມາດສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງ ໄດ້ທ່ວງທັນ, ພ້ອມນັ້ນກໍຈະສະເໜີຂັ້ນເທິງມີນະໂຍບາຍຄ່າກະແສໄຟຟ້າ, ຜ່ອນຜັນການຊໍາລະໜີ້ທະນາຄານ, ມີນະໂຍບາຍພິເສດດ້ານພາສີ-ອາກອນ ສໍາລັບການນໍາເຂົ້າແນວພັກພືດ, ສັດ, ຢາວັກຊິນ, ຢາປາບສັດຕູພືດ ໃຫ້ແກ່ກຸ່ມຜະລິດ, ຊາວກະສິກອນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ໃຫ້ພຽງພໍ.

