ແພດໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດໂຄວິດ-19 ຫາຍດີເພີ່ມ 3 ຄົນ

ໃນວັນທີ 26 ພຶດສະພານີ້, ແພດໝໍຢູ່ສູນປີ່ນປົວພະຍາດໂຄວິດ-19 (ວິທະຍາໄລ ວິທະຍາສາດ ສຸຂະພາບ) ແຂວງສະຫວັນນະເຂດ ໄດ້ສຳເລັດການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີ ເພີ່ມ 3 ຄົນ ແລະ ກັບບ້ານເຮືອນ ເພື່ອສືບຕໍ່ຈຳກັດບໍລິເວນອີກ 14 ວັນ. ໃນນີ້ປະກອບມີ: 1. ນາງ ສຸພາລັກ ສູນທະລາລັກ ອາຍຸ 22 ປີ, ບ້ານ ວຽງສະຫວັນ , ນະຄອນໄກສອນມວິຫານ, ໃຊ້ເວລາໃນການປິ່ນປົວ 28 ວັນ, 2. ນາງ ສຸພາພອນ ຈັນທະດວງສີ ອາຍຸ 21 ປີ ບ້ານລາດສະວົງໄຊ, ນະຄອນໄກສອນ ພົມວິຫານ, ປິ່ນປົວ 28 ວັນ ແລະ 3. ນາງ ປານສີ ແກ້ວມໍລະກົດ ອາຍຸ 25 ປີ, ບ້ານມະນີວົງໄຊ , ເມືອງອຸທຸມພອນ ປິ່ນປົວ 21 ວັນ.

ປັດຈຸບັນ, ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 99 ຄົນ, ພວມປິ່ນປົວ 64 ຄົນ ແລະ ປິ່ນປົວຫາຍດີແລ້ວ 35 ຄົນ.