ກອງທັບຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ກະຊວງປ້ອງກັນປະເທດ

ພິທີມອບ-ຮັບຄອມພິວເຕີຕັ້ງໂຕະ ຈໍານວນ 35 ຊຸດ, ໂນດບຸກ 25 ເຄື່ອງ, ປຼິ່ນເຕີ 35 ຊຸດ ແລະ ເຄື່ອງສາຍໂປຼເຈັກເຕີ ຈໍານວນ 25 ຊຸດ ໃຫ້ແກ່ກະຊວງປ້ອງກັນປະເທດລາວ ໄດ້ມີຂຶ້ນໃນວັນທີ 11 ມັງກອນນີ້, ຢູ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ພົນໂທ ເລືອງ ເກືອງ ຫົວໜ້າກົມໃຫຍ່ການເມືອງກອງທັບຫວຽດນາມ ແລະ ທ່ານ ພົນຈັດຕະວາ ສາຍສະໝອນ ລະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ.
ພ້ອມດຽວກັນນີ້, ກອງທັບຫວຽດນາມຍັງໄດ້ມີການມອບຟິມຮູບເງົາ 70 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃຫ້ແກ່ ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຊຶ່ງມີຄວາມໝາຍສໍາຄັນຍິ່ງ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານ ໂຄສະນາສຶກສາອົບຮົມ-ການເມືອງແນວຄິດ ໃຫ້ແກ່ພະນັກງານ-ນັກຮົບມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ມູນເຊື້ອອັນພິລະອາດຫານຂອງນັກຮົບປະຕິວັດ, ພ້ອມນີ້ຍັງເປັນການເພີ່ມທະວີຮັດແໜ້ນການພົວພັນຮ່ວມມືຮອບ ຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ນັບມື້ແຕກດອກອອກຜົນຫງອກງາມຍິ່ງຂຶ້ນ.

