ໄຂງານວາງສະແດງຮູບພາບຄວາມສວຍງາມຂອງປະເທດລາວທີ່ນະຄອນຫລວງຮ່າໂນ້ຍ

ງານວາງສະແດງຮູບພາບຄວາມສວຍງາມຂອງປະເທດຊາດ ແລະ ຂອງຄົນລາວໄດ້ໄຂຂຶ້ນທີ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມໃນວັນທີ 17 ກໍລະກົດນີ້, ໂດຍມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ເລ ແຄ້ງ ຫາຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ໂດຍໄດ້ມີການນຳສະເໜີມູນເຊື້ອມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ພ້ອມຮູບພາບກ່ຽວກັບຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະຜ່ານມາ, ລວມເຖິງພາບທັດຊະນີຍະພາບທາງທຳມະຊາດ ແລະ ວັດທະນະທຳອັນສວຍງາມຂອງ ສປປ ລາວ.
ໃນໂອກາດນີ້, ທ່ານ ບົວເງິນ ຊາພູວົງ ໄດ້ມີຄໍາເຫັນວ່າ: ລາວ-ຫວຽດນາມ ພວມດຳເນີນການຈັດຕັ້ງສະເຫລີມສະຫລອງ 2 ວັນປະຫວັດສາດ ກໍຄືງານສັບປະດາວັດທະນະທຳ ແລະ ທ່ອງທ່ຽວລາວຢ່າງຟົດຟື້ນດ້ວຍຫລາກຫລາຍກິດຈະກຳ. ລາວ-ຫວຽດນາມມີແມ່ນ້ຳລຳເຊ ແລະ ສາຍພູຫລວງຕິດຈອດກັນຕາມທຳມະຊາດແຕ່ເໜືອຕະຫລອດໃຕ້, ປະຊາຊົນສອງຊາດເຄີຍຮ່ວມສຸກຮ່ວມທຸກ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ, ອິດສາລະພາບ ແລະ ປົດປ່ອຍປະເທດຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ສອງຊາດໄດ້ໄດ້ພ້ອມກັນສູ້ຊົນພັດທະນາເສດຖະກິດ-ສັງຄົມ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆຕາມຄຳຂວັນທີ່ວ່າ: “ປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ” ພ້ອມທັງຮ່ວມມືກັນຍົກສູງບົດບາດໃນເວທີພາກພື້ນແລະ ສາກົນຢ່າງຕັ້ງໜ້າ.
ປະຊາຊົນລາວບັນດາເຜົ່າຍາມໃດກໍມີຄວາມຮັບຮູ້ບຸນຄຸນຕໍ່ການຊ່ວຍເຫລືອອັນລ້ຳຄ່ານັບທັງເຂົ້າເມັດຫັກຜັກເສັ້ນໜຶ່ງກໍແບ່ງປັນກັນກິນ ຕະຫລອດເຖິງຊີວິດ ແລະ ເລືອດເນື້ອຂອງປະຊາຊົນຫວຽດນາມອ້າຍນ້ອງທີ່ມີຕໍ່ການປະຕິວັດຊາດລາວຕະຫລອດມາ. ພວກເຮົາຕ້ອງພ້ອມກັນສຶກສາອົບຮົມມູນເຊື້ອມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ແກ່ຄົນຮຸ່ນຫລັງໄດ້ຈົດຈຳ ແລະ ສຶກສາຄົ້ນຄ້ວາທັງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວໃຫ້ຍືນຍົງຕະຫລອດໄປ.

