ປະທານປະເທດຫວຽດນາມ ພົບປະກັບ ປະທານສະພາແຫ່ງຊາດລາວ

ເນື່ອງໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງ ວັນທີ 9-10 ສິງຫາ 2021, ໃນວັນທີ 10 ສິງຫາ 2021, ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຢ້ຽມຢາມພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດລາວ.
ໃນລະຫວ່າງການຢ້ຽມຢາມພົບປະ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງຂອງພັກ-ລັດຫວຽດນາມ ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງລາວ, ການ ເຄື່ອນໄຫວປະຕິບັດພາລະບົດບາດ ຂອງສະພາແຫ່ງຊາດ ຊຸດທີ IX ໃນເງື່ອນໄຂໃໝ່ ແລະ ໄດ້ຕີລາຄາການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດໃນໄລຍະຜ່ານມາ.
ຂະນະດຽວກັນ, ສອງຝ່າຍກໍໄດ້ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງພັກ, ສອງລັດ ກໍຄື ສະພາແຫ່ງຊາດ ຂອງສອງປະເທດ ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ພ້ອມນັ້ນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອ, ສະໜັບສະໜູນຢ່າງໃຫຍ່ຫລວງ, ລ້ຳຄ່າ, ທັນການ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ຕະຫລອດມາ.
ໃນໂອກາດນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ສົມກຽດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານສະຫາຍອ້າຍນ້ອງ, ຊຶ່ງທັງໝົດນັ້ນ ເປັນການສະແດງເຖິງມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມມີຊີວິດຊີວາ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ນັບມື້ນັບໃກ້ຊິດ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

