ຕ້ານໂຄວິດຕິດພັນກັບການເສບຂ່າວຢ່າງມີສະຕິ

ໂດຍ: ທິດກໍ່າ
ໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາພວມຮ່ວມກັນຕໍ່ສູ້ຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ເລີ່ມແຜ່ກະຈາຍມີລັກສະນະຮຸນແຮງ, ກວ້າງຂວາງ ແລະ ໄວວາມາແຕ່ຊ່ວງຫລັງປີໃໝ່ລາວ ໄດ້ເຮັດໃຫ້ຍອດຜູ້ຕິດເຊື້ອທະວີຄູນສະສົມສູງຂຶ້ນເປັນຫລັກຮ້ອຍ ເຊິ່ງມາຮອດວັນທີ 24 ເມສາ 2021 ໄດ້ມີຜູ້ຕິດເຊື້ອສະສົມໄປແລ້ວ 247 ຄົນ, ກຳລັງປິ່ນປົວຢູ່ໂຮງໝໍ 189 ຄົນ, ປິ່ນປົວຫາຍດີໄປແລ້ວ 49 ຄົນ ແລະ ມາຮອດມື້ນີ້ຖືວ່າຍັງບໍ່ທັນມີຄົນໃດເສຍຊີວິດຍ້ອນ.
ແຕ່ແນວໃດກໍຕາມ, ມາຮອດປັດຈຸບັນ ເຮົາເຫັນວ່ານັບແຕ່ຫລັງປີໃໝ່ເປັນຕົ້ນມາ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມໄປຢ່າງໄວວາໜ້າເປັນຫ່ວງ ແລະ ຍັງບໍ່ທັນຮູ້ວ່າສະພາບການແຜ່ລະບາດໃນຄັ້ງນີ້ມັນຈະນັບມື້ຮຸນແຮງ ຫລື ຫລຸດໜ້ອຍຖອຍລົງ ແລະ ຈະຊ້າ ຫລື ໄວນັ້ນມັນກໍຂຶ້ນກັບພວກເຮົາຄົນລາວທົ່ວທັງປະເທດຈະຕ້ອງໄດ້ສາມັກຄີກັນເປັນປຶກແຜ່ນ ເພື່ອຕອບຕ້ານ, ຕອບໂຕ້ ແລະ ຜ່ານພົ້ນວິກິດໃນຄັ້ງນີ້ດ້ວຍວິທີການຕ່າງໆໄດ້ເປັນຢ່າງດີ.
ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງທີ່ກ່າວມາຂ້າງເທິງນັ້ນ ໄດ້ກໍ່ໃຫ້ເກີດມີກະແສຂ່າວຜ່ານສື່ອອນລາຍຕ່າວໂຈມຕີກັນຕ່າງໆນາໆ ໃນນີ້ກໍມີທັງເຊີງຕຳໜິວິຈານແບບສ້າງສັນ ແລະ ບໍ່ສ້າງສັນ ອັນໄດ້ກໍ່ໃຫ້ຜູ້ເສບຂ່າວທັງຫລາຍໄດ້ຮັບຂໍ້ມູນຂ່າວສານສັບມະປິ, ຫລາຍແງ່ມຸມ ທັງມີຄວາມຈິງ ແລະ ເປັນເທັດ ເຊິ່ງໄດ້ສ້າງຄວາມສັບສົນໃຫ້ແກ່ຜູ້ບໍລິໂພກເພື່ອຮັບເອົາຂ່າວຄາວສະພາບການແຜ່ລະບາດຂອງໂຄວິດ-19 ໃນແຕ່ລະວັນຂ້ອນຂ້າງມີຫລາຍທັດສະນະ, ຫລາຍແງ່ມຸມ ແລະ ຫລາຍຄຳຄິດຄຳເຫັນທີ່ແຕກຕ່າງກັນ.
ແນວໃດກໍດີ, ຕາມທັດສະນະຂອງທິດກໍ່າເຫັນວ່າ ໃນປັດຈຸບັນໄດ້ມີຫລາຍກະແສຂ່າວໃຫຍ່ທີ່ເວົ້າເຖິງທີ່ໄປທີ່ມາຂອງການແຜ່ລະບາດໂຄວິດ-19 ຄັ້ງໃຫຍ່ເທື່ອນີ້ຄື: ຮ້າຍດ່າ ແລະ ຕຳໜິວິຈານຜູ້ທີ່ເປັນຕົ້ນເຫດນຳເອົາເຊື້ອພະຍາດມາເຜີຍແຜ່ໃຫ້ເປັນວົງກວ້າງ ນັບທັງຮຽກຮ້ອງໃຫ້ໃຊ້ມາດຕະການກັບຜູ້ກ່ຽວຂ້ອງໃຫ້ສຽບຂາດ. ອັນສອງມາກໍແມ່ນສະແດງຄວາມເປັນຫ່ວງເປັນໄຂ ແລະ ວິຕົກກັງວົນຕໍ່ການແຜ່ລະບາດຂອງພະຍາດໂຄວິດຄັ້ງນີ້ອາດສູງເຖິງ 2.000 ກວ່າຄົນໃນຂອບເຂດທົ່ວປະເທດ ໃນນີ້ຫລາຍກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນ. ອັນທີສາມ ກໍແມ່ນເຫັນໃຈໃນພາລະກິດການປິ່ນປົວຂອງແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເຊັ່ນ: ຄະນະສະເພາະກິດ, ຕຳຫລວດ, ທະຫານ ຕະຫລອດເຖິງອຳນາດການປົກຄອງທຸກຂັ້ນ, ທຸກພາກສ່ວນທີ່ໄດ້ພ້ອມກັນເອົາໃຈໃສ່ໃນພາລະກິດຂອງຕົນປຽບເໝືອນກັບການສູ້ກັບສັດຕູທີ່ໄດ້ເຂົ້າມາກໍ່ຄວາມບໍ່ສະຫງົບໃນບ້ານເມືອງ. ສ່ວນວ່າອັນສຸດທ້າຍກໍຍັງເຫັນວ່າບາງແຫລ່ງຂ່າວຈາກບຸກຄົນເປັນສ່ວນໃຫຍ່ໄດ້ເກາະກ່າຍໃຫ້ເປັນກະແສຂ່າວອັນພິລຶກກຶກກື, ເລື່ອງຄ່າສອກອອກຄ່າວາ, ເຫັນເລື່ອງນ້ອຍເປັນເລື່ອງໃຫຍ່ ອັນເປັນການສະໜອງຂ່າວໃຫ້ຜູ້ບໍລິໂພກພາກັນຕື່ນ ແລະ ຢ້ານເກີນເຫດ ເປັນຕົ້ນວ່າຢູ່ບ້ານເຮົາມີຄົນຕາຍຍ້ອນໂຄວິດ-19 ໜຶ່ງຄົນແລ້ວ ວ່າຊັ້ນ. ແຕ່ໃນຄວາມເປັນຈິງແລ້ວແມ່ນຜູ້ກ່ຽວຕາຍຍ້ອນພະຍາດຂອງຜູ້ກ່ຽວເອງ ບໍ່ໄດ້ກ່ຽວຂ້ອງກັບໂຄວິດແຕ່ປະການໃດ ຈາກຄວາມຮູ້ສຶກຂອງຄົນທັງຫລາຍທີ່ມີຕໍ່ກະແສຂ່າວອັນເກີດຈາກສະພາບວິກິດໂຄວິດ-19 ຂອງບ້ານເມືອງໃນຄັ້ງນີ້ເຮົາເຫັນວ່າໃຜໆກໍລ້ວນແລ້ວແຕ່ມີຄວາມເປັນຫ່ວງຕໍ່ຊາຕາກຳລຳບາກຂອງປະເທດຊາດ, ສະແດງອອກໃຫ້ເຫັນເຖິງຄວາມມີນໍ້າໃຈຮັກຊາດ, ຮັກແຜ່ນດິນອັນເປັນມາຕຸພູມທີ່ຮັກ ແລະ ຫວງແຫນຂອງຕົນເອງ ຈຶ່ງໄດ້ສະແດງອອກທັງຄຳເວົ້າ ແລະ ພຶດຕິກຳອອກມາດ້ວຍຄວາມຈິງໃຈໃນທາງບວກ ແລະ ທາງລົບ.
ເຖິງຢ່າງໃດກໍດີ, ຕໍ່ສະພາບການທີ່ເກີດຂຶ້ນນີ້ ເຮົາຍັງມີການນຳພາຂອງພັກ ແລະ ລັດຖະບານທີ່ຍັງເປັນຮົ່ມໂພຮົ່ມໄຊນຳພາບ້ານເມືອງມາຈົນເຖິງຂັ້ນນີ້ຍັງມີຄວາມສາມາດນຳພາປົກປ້ອງອຳນາດອະທິປະໄຕຂອງບ້ານເມືອງ ແລະ ຈະສາມາດຜ່ານພົ້ນວິກິດຕ່າງໆນາໆໄດ້ ຂໍແຕ່ພວກເຮົາມີຄວາມສາມັກຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ ແລະ ລັດຖະບານ. ສ່ວນການຕິດຕາມຂ່າວຄາວໃນແຕ່ລະວັນນັ້ນ ກໍຂໍໃຫ້ພວກເຮົາເລືອກບໍລິໂພກຂ່າວຈາກສຳນັກທີ່ເປັນຂອງລັດ ຫລື ອົງກອນທີ່ມີເຄືອຂ່າຍຈາກຂ່າວທີ່ມີທະບຽນຖືກຕ້ອງ ແລະ ມີສຳນັກງານຄັກແນ່ເຊັ່ນ: ສຳນັກຂ່າວສານປະເທດລາວ, ລາວພັດທະນາ, ຊາວໜຸ່ມລາວ, ສຳນັກຂ່າວທຸລະກິດການຄ້າ ແລະ ສຳນັກອື່ນໆທີ່ເຮົາໝັ້ນໃຈ, ແຕ່ອັນສຳຄັນທີ່ສຸດກ່ຽວກັບຂ່າວກ່ຽວກັບສະພາບການປ່ຽນແປງຂອງໂຄວິດ-19 ໃນສະພາບການລະບາດມັນຈະຜັນແປໄປແນວໃດໃນແຕ່ລະໄລຍະ ເພາະສະນັ້ນພາລະກິດຂອງພວກເຮົາທັງໝົດນັ້ນ ຈົ່ງພ້ອມກັນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຕິດພັນກັບການເສບຂ່າວຢ່າງມີສະຕິ ຢ່າພາກັນເອິກກະເຫລີກເກີນເຫດ ຖ້າບໍ່ດັ່ງນັ້ນຈະພາກັນເສຍເສັ້ນເສຍເອັນຍ້ອນປາສອງສາມຕົວແລ້ວເໝັນເນົ່າຄັບຂ້ອງ.

