ຈົ່ງເຂັ້ມງວດຕ້ານການຫາປາລ່າສັດແບບດັບສູນ

​ໂດຍ: ທ່ຽງ​ທຳ

(ພາບປະກອບ)

ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ໃນຜ່ານມານີ້,  ຫລາຍຄົນກໍຈະໄດ້ເຫັນ ແລະ ໄດ້ງິນກ່ຽວກັບພຶດຕິກຳ ຂອງຄົນຈຳນວນໜຶ່ງໃນການຫາປາ-ລ່າສັດ ແບບດັບສູນດ້ວຍການໃຊ້ໄຟຟ້າຊ໋ອດ, ໃຊ້ສານພິດເພື່ອເບື່ອສັດດັ່ງກ່າວ,  ນັບວ່າເປັນການກະ ທຳທີ່ຈິບຫາຍ ວາຍວອດ, ທັງໂຕນ້ອຍ, ໂຕໃຫຍ່, ໂຕຝັກໄຂ່, ຖືພາມານ ແລະ ອື່ນໆ.

ເພື່ອນຳມາບໍລິໂພກ ແລະ ສະໜອງຄວາມຕ້ອງການ ຂອງຕະຫລາດ ມີເພື່ອນຜູ້ ອ່ານ ຫລາຍຄົນມີຄຳເຫັນວ່າ: ການກະທຳທີ່ ຮ້າຍແຮງດັ່ງກ່າວມັນບໍ່ສາມາດ ຈຳກັດ ໄດ້ ດອກໃນ ເມື່ອ ອຳນາດການ ປົກຄອງເຮົາຍັງບໍ່ເຂັ້ມງວດ ກວດຂັ້ນຕໍ່ຜູ້ກະທຳຜິດເພື່ອມາລົງໂທດຕາມລະບຽບກົດໝາຍ ແລະ ຕັກເຕືອນສຶກ ສາອົບຮົມໃຫ້ ເຂົາເຈົ້າມີຈິດ ສຳນຶກຕໍ່ການ ອະນຸລັກຮັກສາສັດນ້ຳ-ສັດປ່າທີ່ຫາຢາກດັ່ງກ່າວ.

 ພ້ອມນັ້ນອີກເບື້ອງໜຶ່ງກໍຕ້ອງຈຳກັດຊື້ຂາຍສັດປ່າ ຫວງຫ້າມໃນທ້ອງຕະຫລາດຕ່າງໆ ແລະ ຄວາມເປັນແບບ ຢ່າງບໍ່ບໍລິໂພກຊີ້ສັດເລົ່ານັ້ນ. ກໍຈະເປັນສ່ວນໜຶ່ງເຮັດໃຫ້ ການລ່າສັດແບບດັບສູນນີ້ຫລຸດຜ່ອນລົງ.

ອາດເວົ້າໄດ້ວ່າ ຢູ່ຫລາຍ  ທ້ອງຖິ່ນທີ່ມີຄວາມອຸດົມ  ສົມບູນດ້ານຊີວະນາໆພັນ, ສັດສາວາສິ່ງຕ່າງໆ ນັ້ນມາ ດຽວນີ້ໄດ້ເບົາບາງລົງ ຫລາຍ ແລ້ວ, ປາດົງບາງບ່ອນເກືອບ ຈະບໍ່ມີສຽງນົກ, ສຽງກາ, ກະຮອກ, ກະແຕອີກແລ້ວ, ຫ້ອງນ້ຳລຳທານຕ່າງໆ ປູ ປາກໍບົກແຫ້ງລົງຍ້ອນການ ນຳໃຊ້ລະເມີດເພື່ອຫາປາ, ການນຳໃຊ້ທາດເບື່ອເພື່ອສາ ມາດລ້າສັດ ແລະ ຈັບປາໃຫ້ ໄດ້ຫລາຍ, ກໍດັ່ງເມື່ອກ່ອນ ທີ່ເຮົາປະປ່ອຍໃຫ້ມີການຕັດ ໄມ້ຢ່າງຊະຊາຍ. ຈົນເຮັດໃຫ້ ຄວາມອຸດົມສົມບູນຂອງ ທຳມະຊາດເລົ່ານັ້ນສູນຫາຍ ໄປໃນຊ່ວງພິບຕາ.

ດັ່ງນັ້ນມັນເຖິງເວລາ ແລ້ວທີ່ເບື້ອງລັດເຮົາຈະຕ້ອງມີມາດຕະການເຂັ້ມງວດຕໍ່ຜູ້ລະເມີດຫາປາ-ລ່າສັດແບບດັບສູນດັ່ງກ່າວໃຫ້ຢຸດຕິລົງ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ