ເຢຍລະມັນລະດົມທີມແພດ ເລັ່ງສັກວັກຊີນໂຄວິດໃຫ້ປະຊາຊົນ

ເຢຍລະມັນລະດົມກຳລັງທີມແພດນັບໝື່ນເລັ່ງສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ, ຂະນະທີ່ສະຖານະການການແຜ່ລະບາດໃນເອີຣົບຍັງວິກິດ.
ວັນທີ 7 ເມສາ 2021, ລັດຖະບານເຢຍລະມັນເລັ່ງດຳເນີນການສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃຫ້ປະຊາຊົນ ດ້ວຍການແຈກຢາຍວັກຊີນໄປທົ່ວປະເທດ ພ້ອມອະນຸຍາດໃຫ້ແພດປະຕິບັດທົ່ວໄປປະມານ 35.000 ຄົນ ສາມາດດຳເນີນການສັກໄດ້.
ທັງນີ້, ເຢຍລະມັນເລີ່ມໂຄງການສັກວັກຊີນໃຫ້ປະຊາຊົນມາແຕ່ທ້າຍເດືອນທັນວາ 2020 ໂດຍໄລຍະທຳອິດໄດ້ຈັດໃຫ້ມີການສັກວັກຊີນພຽງໃນສູນວັກຊີນທີ່ກຽມໄວ້ພຽງ 430 ແຫ່ງເທົ່ານັ້ນ.
ກະຊວງສາທາລະນະສຸກຂອງເຢຍລະມັນເປີດເຜີຍວ່າ: ເຢຍລະມັນຈະຈັດສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຂອງໄຟເຊີ-ໄບອອນແທັກ ຈຳນວນ 940.000 ໂດສ ໃຫ້ແພດປະຕິບັດທົ່ວໄປພາຍໃນສອງອາທິດນີ້ ແລະ ຈະຈັດສົ່ງວັກຊີນຂອງແອສຕຣາເຊນເນກ້າ ແລະ ຈອນສັນແອນຈອນສັນໃຫ້ຄລີນິກໃນລັດຕ່າງໆຕໍ່ໄປ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນໃນຂະນະທີ່ປະເທດເອີຣົບກຳລັງພະຍາຍາມຮັບມືກັບການລະບາດຂອງພະຍາດໂຄວິດ-19 ຮອບ 3 ເຊິ່ງເຮັດໃຫ້ຫລາຍປະເທດຕ້ອງຍົກລະດັບມາດຕະການສະກັດກັ້ນການແຜ່ລະບາດ ແລະ ເລັ່ງຄວາມໄວໃນການສັກວັກຊີນແກ່ປະຊາຊົນໃຫ້ຫລາຍທີ່ສຸດ.
ອ້າງອີງ: – http://www.xinhuanet.com/…/2021-04/06/c_139862736.html
– https://www.thelocal.de/…/germanys-gps-begin…/

