WHO ເຝົ້າຕິດຕາມໂຄວິດສາຍພັນ “Mu” ພົບຄັ້ງທຳອິດໃນໂຄລອມເບຍ ກັງວົນກາຍພັນຈົນຕ້ານທານວັກຊີນ

ອົງການອະນາໄມໂລກຖະແຫລງເຖິງເຊື້ອກາຍພັນຊະນິດໃໝ່ໃນຊື່ສາຍພັນ “ມູ” ພ້ອມເຝົ້າຕິດຕາມຢ່າງໃກ້ຊິດ ຫລ້າສຸດມີອັດຕາສ່ວນໃນໂຄລອມເບຍເຖິງ 39%.

ວັນທີ 1 ກັນຍາ 2021, ສຳນັກຂ່າວເອເອັຟພີ (AFP)ລາຍງານວ່າ: ອົງການອະນາໄມໂລກ ຫລື WHO ອອກມາຖະແຫລງເຖິງການເຝົ້າຕິດຕາມເຊື້ອໂຄວິດ-19 ກາຍພັນຊະນິດໃໝ່ ທີ່ຕັ້ງຊື່ວ່າ: ສາຍພັນມູ (Mu) ເຊິ່ງພົບຄັ້ງທຳອິດໃນປະເທດໂຄລອມເບຍໃນເດືອນມັງກອນຜ່ານມາ.

ສາຍພັນມູ ຫລື ຊືທາງວິທະຍາສາດເອີ້ນວ່າ: B.1.621 ກາຍເປັນສາຍພັນທີ 12 ທີ່ WHO ນຳອັກສອນເກຣັກມາໃຊ້ເປັນຊື່ເອີ້ນ ຕໍ່ຈາກສາຍພັນກ່ອນຄື ສາຍພັນເລມດາ (Lambda) ທີ່ພົບຄັ້ງທຳອິດໃນປະເທດເປຣູ.

ໂດຍສາຍພັນມູຖືກຈັດໃຫ້ເປັນສາຍພັນທີ່ຢູ່ໃນຄວາມສົນໃຈ (Variant of Interest) ເຊິ່ງທາງ WHO ຊີ້ແຈງວ່າ: ມີຄວາມສ່ຽງຈະເກີດການຕ້ານວັກຊີນໄດ້ ແລະ ຈະຕ້ອງມີການສຶກສາເພີ່ມຕື່ມເພື່ອສ້າງຄວາມເຂົ້າໃຈໃຫ້ຫລາຍຂຶ້ນ.

ປົກກະຕິແລ້ວ ໄວຣັສທັງໝົດ ລວມທັງ SARS-CoV-2 ທີ່ກໍ່ໃຫ້ເກີດໂຣກໂຄວິດ-19 ມັກຈະເກີດການກາຍພັນສະເໝີເມື່ອເວລາຜ່ານໄປ ແລະ ການກາຍພັນສ່ວນຫລາຍມັກຈະບໍ່ສົ່ງຜົນໃດໆ ຫລື ມີຜົນໜ້ອຍ.

ແຕ່ໃນການກາຍພັນບາງຄັ້ງ ອາດສົ່ງຜົນເຮັດໃຫ້ໄວຣັສມີຄຸນສົມບັດໃນການແຜ່ກະຈາຍໄດ້ງ່າຍຂຶ້ນ ເຮັດໃຫ້ອາການຂອງພະຍາດຮຸນແຮງຂຶ້ນ ຫລື ມີການຫລີກລ່ຽງພູມຕ້ານທານທີ່ເກີດຈາກວັກຊີນ, ຢາ ຫລື ວິທີອື່ນໆ ທີ່ໃຊ້ໃນການປ້ອງກັນພະຍາດ.

ສຳລັບການກາຍພັນຂອງສາຍພັນມູນີ້ ໄດ້ມີການແຜ່ກະຈາຍຫລາຍຂຶ້ນ ຈົນເຮັດໃຫ້ WHO ໃສ່ຊື່ສາຍພັນເຂົ້າໄປໃນລາຍຊື່ສາຍພັນທີ່ຕ້ອງເຝົ້າຕິດຕາມ ເປັນສາຍພັນທີ່ 5 ແລ້ວ.

ຕາມຖະແຫລງການຂອງ WHO ລະບຸວ່າ: ສາຍພັນມູໄດ້ມີການກາຍພັນ ຈົນມີຂໍ້ບົ່ງຊີ້ວ່າ: ອາດມີຄຸນສົມບັດໃນການຫລີກລ່ຽງພູມຕ້ານທານໄດ້.

ຫລັງຈາກທີ່ກວດພົບຄັ້ງທຳອິດໃນໂຄລອມເບຍ ໄດ້ມີລາຍງານການພົບສາຍພັນມູໃນປະເທດອື່ນໆໃນທະວີບອາເມລິກາໃຕ້ ລວມໄປເຖິງທະວີບເອີຣົບ.

WHO ເປີດເຜີຍວ່າ: ສາຍພັນມູຍັງມີອັດຕາສ່ວນບໍ່ເຖິງ 0,1% ຂອງການກວດພົບທົ່ວໂລກ, ແຕ່ສຳລັບໃນໂຄລອມເບຍ ໄດ້ມີການແຜ່ກະຈາຍຈົນມີອັດຕາສ່ວນເຖິງ 39% ແລ້ວ.

ອ້າງອີງ:

https://www.france24.com/…/20210901-who-monitoring-new…

https://www.abc.net.au/…/what-is-the-mu…/100424026